ນະຄອນດາຫນັງຕອບສະຫນອງສັບປະດາທະເລ,ໝູ່ເກາະຫວຽດນາມ

ນະຄອນດາຫນັງຕອບສະຫນອງສັບປະດາທະເລ,ໝູ່ເກາະຫວຽດນາມ - ảnh 1
ນັກຮຽນ ດາຫນັງ ຕອບສະຫນອງສັບປະດາທະເລ, ໝູ່ເກາະ
ພາບ:internet

(vovworld)- ຕອນ​ເຊົ້າ​ວັນ​ທີ 1/6, ພະ​ແນ​ກຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ນະຄອນ ດາ​ຫນັງ ​ໄດ້​ຈັດ​ຕັ້ງ​ງານ​ມິດ​ຕິງ​ຕອບ​ສະຫນອງ​ວັນ​ສິ່ງ​ແວດ​ລ້ອມ​​ໂລກ(5/6) ​ແລະ ສັບປະດາ​ທະ​ເລ ​-ໝູ່​ເກາະ​ຫວຽດນາມ. ທ່າ​ນນາງ ມາຍ​ທິທູ່​ຍຈາງ, ຮອງ​ເລ​ຂາ​ຄະນະ​ພັກ​ເມືອງ ລຽນ​ຈ໋ຽວ ນະຄອນ ດາ​ຫນັງ ​ແບ່ງປັນ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ການ​ກະທົບ​​ໂດຍ​ກົງຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເຖິງ​ປະຊາຊົນ​ທຸກ​ຄົນ ​ແລະ ພິ​ເສດ​ແມ່ນ​ນະຄອນ​ດາ​ຫນັງ. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ປຸກລະດົມ​ບັນດາ​ຂະ​ບວນການ​ໃຫ້​​ແກ່​ຊາວ​ຫນຸ່ມ​ເປັນ​ປະຈຳ​ເພື່ອ​ເຮັດອະນາ​ໄມ​ສິ່ງ​ແວດ​ລ້ອມ, ຊ່ວຍ​ປະຊາຊົນ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ​ສິ່ງ​ແວດ​ລ້ອມ.”

        ກ່ອນ​ຫນ້າ​ນັ້ນ, ວັນ​ທີ 31/5, ນະຄອນ ດາ​ຫນັງ ກໍ​ໄດ້​ຈັດການ​ເສັງ​ອອກ​ແບບ​ຮູບ​ແບບ​ພາຍ​ໃຕ້​ຫົວ​ເລື່ອງ​ວ່າ: ຮ່ວາງ​ຊາ - ​ເຈື່ອງ​ຊາ ​ໃນ​ດວງ​ໃຈ​ພວກ​ນອ້ງ” ​ໄດ້​ດຶງ​ດູກ​ນັກຮຽນ ຢູ່ ບັນດາ​ໂຮງຮຽນ​ປະຖົມ ​ແລະ ມັດ​ທະ​ຍົມ​ຕອນ​ປາຍ​ໃນ​ບໍລິ​ເວນ​ນະຄອນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລວງຫລາຍ.

 

ຂ່າວ/ບົດ​ອື່ນ