ນະຄອນດາຫນັງນຳປະຫວັດສາດໝູ່ເກາະຮ່ວາງຊາເຂົ້າສິດສອນໃນໂຮງຮຽນຢ່າງເປັນທາງການ

ນະຄອນດາຫນັງນຳປະຫວັດສາດໝູ່ເກາະຮ່ວາງຊາເຂົ້າສິດສອນໃນໂຮງຮຽນຢ່າງເປັນທາງການ - ảnh 1
ພວກ​ນ້ອງ​ນັກ​ຮຽນ​ຊອກ​ຮູ້​ກ່ຽວ​ກັບ​ໝູ່​ເກາະ​ຮ່​ວາງ​ຊາ ແລະ
ເຈື່ອງ​ຊາ
ພາບ:vov

(vovworld)- ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດາ​ຫນັງ ຫາ​ກໍ​ມີ​ເອ​ກະ​ສານ​ເຫັນ​ດີ​ມອບ​ໃຫ້​ພະ​ແນກ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ນະ​ຄອນ ພິມ​ຈຳ​ຫນ່າຍ​ປື້ມ​ປະ​ຫວັດ​ສາດ​ດາ​ຫນັງ 2 ເຫລັ້ມ. ທ່ານ ຫງວຽນ​ມີງ​ຮຸ່ງ, ຮອງ​ຫົວ​ຫນ້າ​ພະ​ແນກ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ນະ​ຄອນ ດາ​ຫນັງ, ຫົວ​ຫນ່ວຍ​ຮັບ​ຜິດ​ຊອບ​ການ​ຮຽບ​ຮຽງ​ປື້ມ 2 ເຫລັ້ມ​ດັ່ງ​ກ່າວ ໃຫ້​ຮູ້​ວ່າ: ເນື້ອ​ໃນປື​້ມ 2 ຫົວ​ດັ່ງ​ກ່າວ ລວມ​ມີ: ປະ​ຫວັດ​ແຫ່ງ​ການ​ສ້າງ​​ຕັ້ງ ແລະ ພັດ​ທະ​ນາ​ນະ​ຄອນ ດາ​ຫນັງ ຜ່ານ​ບັນ​ດາ​ໄລ​ຍະ, ພິ​ເສດ ມີ​ສ່ວນ​ຫນຶ່ງ​ກ່ຽວ​ກັບ​ໝູ່​ເກາະ​ຮ່​ວາງ​ຊາ ເມືອງ​ເກາະ​ທີ່​ຂຶ້ນ​ກັບ​ນະ​ຄອນ ດາ​ຫນັງ.

        “ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ພວມ​ໃນ​ຂັ້ນ​ຕອນ​ສຸດ​ທ້າຍ​ເພື່​ອ​ພິມ​ຈຳ​ຫນ່າຍ​ປື້ມ​ປະ​ຫວັດ​ສາດ​ດັ່ງ​ກ່າວ. ນີ້​ແມ່ນ​ປື້ມ​ຕຳ​ລາຊຸດ​ຫນຶ່ງ​ຄ້າຍ​ຄື​ປື້ມ​ໂດຍ​ໂຮງ​ພິມ​ຈຳ​ຫນ່າຍ​ສຶກ​ສາ​ຫວຽດ​ນາມ ​ທີ່​ໄດ້ພິມ​ຈຳ​ຫນ່​າຍ ແລະ ພວກ​ນ້ອງ​ນັກ​ຮຽນ​ຊື້​ເພື່ອ​​ຮຽນ​ຄື​ດັ່ງ​ເອ​ກະ​ສານ​ຫນຶ່ງ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ທ້າຍເດືອນ 3 ຫລື​ຕົ້ນ​ເດືອນ 4/2015 ນີ້ ຈະ​ຜັນ​ຂະ​ຫຍາຍ​ການ​ສິດ​ສອນ​ປະ​ຫວັດ​ສາດ​ໝູ່​ເກາະ​ຮ່​ວາງ​ຊາ.”

        ໄລ​ຍະ​ຕົ້ນ ພະ​ແນກ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ນະ​ຄອນ ດາ​ຫນັງຈະ ພິມ​ຈຳ​ຫນ່າຍ 100.000 ຫົວ.

ຂ່າວ/ບົດ​ອື່ນ