ນາງສາວຮ່າໂນ້ຍຕອບສະໜອງວັນສິ່ງແວດລ້ອມໂລກ
(ພາບ: google.com.vn)
(vovwold) - ໂດຍຕອບສະໜອງວັນສິ່ງແວດລ້ອມໂລກ (5/6/2012), ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ພ້ອມກັບບັນດາພະແນກ, ຂະແໜງການ ແລະ ຂະນະກຳມະການປະຊາຊົນເມືອງຕ່າງໆ ໄດ້ຈັດຕັ້ງການໂຄສະນາ ຍົກສູງສະຕິປົກປັກຮັກສາສິ່ງແວດລ້ອມຂອງຊາວນະຄອນຫຼວງ. ທາງນະຄອນໄດ້ຜັນຂະຫຍາຍການໂຄສະນາເຖິງແຕ່ລະເປົ້າໝາຍອົງການ, ວິສາຫະກິດ, ເຂດຊຸມຊົນ ດ້ວຍຫຼາຍຮູບການ. ຄືໂຄສະນາກ່ຽວກັບສິ່ງແວກລ້ອມເສດຖະກິດຂຽວ, ຫຼຸດຜ່ອນມົນລະພິດສິ່ງແວດລ້ອມ, ປະຢັດ ແລະນຳໃຊ້ພະລັງງານ, ຊັບພະຍາກອນທຳມະຊາດ ຢ່າງມີປະສິດທິຜົນ. ພ້ອມທັງຮຽກຮ້ອງ, ສົ່ງເສີມປະຊາຄົມ, ພິເສດແມ່ນບັນດາວິສາຫະກິດໃນບໍລິເວນນະຄອນນຳໃຊ້ເຕັກໂລໂລຢີ, ຜະລິດຕະພັນທີ່ບໍ່ກໍ່ໃຫ້ເກີດມົນລະພິດສິ່ງແວດລ້ອມ, ປະຢັດພະລັງງານ. ພິທີປຸກລະດົມຕອບສະນອງວັນສິ່ງແວດລ້ອມໂລກຈະຈັດຂຶ້ນໃນວັນທີ 2/6/2012 ຢູ່ສວນສາທາລະນະ ເງັຍໂດ, ເມືອງ ເກົ່າໄຢ໋.