ນະຄອນໂຮ່ຈີມິນ ຍູ້ແຮງການຮ່ວມມືກັບອົດສະຕາລີ ໃນຂົງເຂດກະສິກຳ
(VOVWORLD) - ນະຄອນ ໂຮ່ຈີມິນ ແລະ ອົດສະຕາລີ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຍູ້ແຮງການຮ່ວມມືໃນຂົງເຂດກະສິກຳ, ພິເສດແມ່ນກະສິກຳເຕັກໂນໂລຢີສູງ ແລະ ການລ້ຽງງົວພັນຊີ້ນ, ພັນນົມ. ນີ້ແມ່ນຄຳປາໄສຂອງທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ທີ່ການເຮັດວຽກກັບທ່ານນາງ Anne Ruston, ຮອງລັດຖະມົນຕີກະຊວງກະສິກຳ ອົດສະຕາລີ, ໃນວັນທີ 23 ສິງຫາ.
ທ່ານ ຫງວຽນແທ່ງຟອງ
(ພາບປະກອບ)
|
ຕາມທ່ານ ຫງວຽນແທ່ງຟອງ ແລ້ວ, ໃນໄລຍະຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ສ້າງເຂດອຸດສາຫະກຳເຕັກໂນໂລຢີສູງ ແລະ ສູນນຳໃຊ້ເຕັກໂນໂລຢີຊີວະສາດຮັບໃຊ້ຄວາມຕ້ອງການໃນການພັດທະນາກະສິກຳຕາມທິດຍືນຍົງ. ເຖິງຢ່າງໃດກໍ່ຕາມ, ການຜະລິດກຳສິກຳ ແລະ ຊີວິດການເປັນຢູ່ຂອງຊາວກະສິກອນໃນບໍລິເວນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ດັ່ງນັ້ນ, ນະຄອນ ປາດຖະໜາວ່າ ອົດສະຕາລີ ແບ່ງປັນບົດຮຽນ, ຖ່າຍທອດເຕັກໂນໂລຢີ ເພື່ອໜູນຊ່ວຍໃຫ້ວຽກງານຍົກສູງສະມັດຕະພາບ ແລະ ຄຸນນະພາບຜະລິດຕະພັນກະເສດ; ພິເສດ, ແມ່ນບັນຫາຍົກສູງປະສິດທິຜົນການລ້ຽງງົວພັນຊີ້ນ, ພັນນົມ. ພ້ອມກັນນັ້ນ, ການນຳນະຄອນ ໂຮ່ຈີມິນ ກໍ່ຫວັງວ່າ ໄລຍະຈະມາເຖິງ, ອົດສະຕາລີ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາຜະລິດຕະພັນກະເສດຂອງນະຄອນເວົ້າສະເພາະ, ຂອງ ຫວຽດນາມ ເວົ້າລວມສາມາດສຳຜັດກັບຕະຫຼາດອົດສະຕາລີ, ນຳມາເຊິ່ງປະສິດທິຜົນແທດຈິງໃຫ້ທັງ 2 ປະເທດ.