ນະຄອນໂຮ່ຈີມິນ: ມອບລາງວັນການເສັງ “ຂໍ້ລິເລີ່ມເພື່ອປະຊາຄົມປີ 2018”

(VOVWORLD) - ວັນທີ 26 ທັນວາ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີມອບລາງວັນການເສັງ “ຂໍ້ລິເລີ່ມເພື່ອປະຊາຄົມ 2018”

ໃຫ້ 14 ຄົນທີ່ມີບັນດາຜະລິດຕະພັນ, ຮູບຈຳລອງ, ມາດຕະການແກ້ໄຂຂໍ້ລິເລີ່ມ, ຜະລິດຕະພັນສື່ມວນຊົນທີ່ດີ. ພາຍຫລັງຈັດຕັ້ງມາເປັນເວລາ 3 ປີ, ການເສັງ “ຂໍ້ລິເລີ່ມປະຊາຄົມ” ໄດ້ເຊີດຊູຂໍ້ລິເລີ່ມເກືອບ 50 ຂໍ້ເພື່ອປະຊາຄົມ, ຜ່ານນັ້ນ ປະກອບສ່ວນສ້າງສະພາບແວດລ້ອມແຫ່ງການດຳລົງຊີວິດ, ຮ່ຳຮຽນຂອງປະຊາຄົມພົນລະເມືອງຢູ່ນະຄອນ ໂຮ່ຈີມິນ ນັບມື້ນັບດີກ່ວາ, ມີຄຸນນະພາບກ່ວາ, ມຸ່ງໄປເຖິງເປົ້າໝາຍສ້າງນະຄອນໂຮ່ຈີມິນສີວິໄລ, ທັນສະໄໝ, ສາຍມິດຈິດໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ