ນະຄອນໂຮ່ຈິມິນ ສຸມໃສ່ຄວບຄຸມໄພເງິນເຟີ້ ແລະ ກະຕູ້ນເສດຖະກິດ ໃນຊຸມເດືອນທ້າຍປີ
(ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເລຮ່ວາງກວນ)
(vovworld) – ຕອນເຊົ້າວັນທີ 24/07, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ຈັດກອງປະຊຸມກ່ຽວກັບສະພາບເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ໃນ 7 ເດືອນຜ່ານມາ ແລະ ວຽກງານຈຸດສູມໃນຊຸມເດືອນຕໍ່ໄປ.
ເບິ່ງລວມແລ້ວ, ໃນ 7 ເດືອນຜ່ານມາ, ນະຄອນສືບຕໍ່ຮັກສາລະດັບເຕີບໂຕດີພໍສົມຄວນ, ບັນດາຂະແໜງອຸດສາຫະກຳສືບຕໍ່ໄດ້ຮັບການເປີດກວ້າງ, ໂຄງປະກອບຂະແໜງພາຍໃນຫັນປ່ຽນຕາມທິດເພີ່ມອັດຕາສ່ວນບັນດາຂະແໜງປຸ້ງແຕ່ງ, ຜະລິດ ແລະ ຫຼຸດຜ່ອນຂະແໜງຂຸດຄົ້ນບໍ່ແຮ່ເທື່ອລະກ້າວ.
ໃນຊຸມເດືອນທ້າຍປີ 2014, ນະຄອນໂຮ່ຈິມິນ ສືບຕໍ່ປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍວິສາຫະກິດ; ຍູ້ແຮງການພັດທະນາທ່າກຳປັ່ນ ແລະ ການບໍລິການທ່າກຳປັ່ນ, ເພີ່ມທະວີການປະຕິຮູບດ້ານບໍລິຫານ, ປ້ອງກັນ, ຕ້ານການຄ້າເຖື່ອນ. ພ້ອມທັງຮີບເຮັ່ງສຳເລັດແຜນຮ່າງສ້າງຕັ້ງເຂດເສດຖະກິດພິເສດຂອງນະຄອນ, ເປັນກຳລັງໜູນໃໝ່ໃຫ້ແກ່ການພັດທະນາການບໍລິການທ່າກຳປັ່ນ. ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເລຮ່ວາງກວນ ໃຫ້ຮູ້ວ່າ.
“ແຕ່ນີ້ຮອດທ້າຍປີ ພວກເຮົາສຸມໃສ່ບໍລິຫານຂົງເຂດຂາອອກ, ຂາເຂົ້າ ແລະ ຄວບຄຸມໄພເງິນເຟີ້. ແຕ່ຖ້າຫາກບໍ່ເອົາໃຈໃສ່ເປັນພິເສດເຖິງການກະຕູ້ນເສດຖະກິດ ເສດຖະກິດຈະບໍ່ເຕີບໂຕໄດ້. ໃນເດືອນ 07 ໄດ້ມີການດັດປັບລາຄານ້ຳມັນເປັນ 2 ຄັ້ງ, ສິ່ງດັ່ງກ່າວຈະກະທົບເຖິງໂຄງປະກອບລາຄາຜະລິດຕະພັນ, ສະນັ້ນບັນດາພະແນກ, ຂະແໜງການ ແລະ ທ້ອງຖິ່ນ ຄວນຕິດພັນກັບສະພາບຕົວຈິງຢູ່ທ້ອງຖິ່ນຢ່າງໃກ້ຊິດ ເພື່ອມີກົນໄກບໍລິຫານຢ່າງມີປະສິດທິຜົນ”.