ນະຄອນໂຮ່ຈີມິນ ແລະສິງກະໂປ ຊຸກຍູ້ການຮ່ວມມືໃນການກໍ່ສ້າງຕົວເມືອງອັດສະລິຍະ

(VOVWORLD) - ວັນທີ 13 ສິງຫາ, ທ່ານເຈີ່ນຫວິງຕວຽນ, ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Peter Ong ປະທານກົມພັດທະນາວິສາຫະກິດສິງກະໂປ, ທີ່ປຶກສາເສດຖະກິດຂັ້ນສູງຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສິງກະໂປ. 

ນະຄອນໂຮ່ຈີມິນ ແລະສິງກະໂປ ຊຸກຍູ້ການຮ່ວມມືໃນການກໍ່ສ້າງຕົວເມືອງອັດສະລິຍະ - ảnh 1 ທ່ານເຈີ່ນຫວິງຕວຽນ, ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ແລະ ທ່ານ Peter Ong ປະທານກົມພັດທະນາວິສາຫະກິດສິງກະໂປ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ເຈີ່ນຫວິງຕວ໋ຽນ ສະເໜີ ໃຫ້ສິງກະໂປ ຍູ້ແຮງຄວາມສາມາດບົ່ມຊ້ອນໃນການຮ່ວມມືປະຕິບັດບັນດາໂຄງການສົມທົບຂອງແຜນຮ່າງກໍ່ສ້າງຕົວເມືອງອັດສະລິຍະ ເປັນຕົ້ນແມ່ນ ການກໍ່ສ້າງສູນບໍລິຫານອັດສະລິຍະ ຫຼືພັດທະນາບັນດາເຂດຕົວເມືອງ. ນະຄອນໂຮ່ຈີມິນ ປາດຖະໜາຢາກຊອກຮູ້,ຖອດຖອນບົດຮຽນໃນການພັດທະນາຕົວເມືອງອັດສະລິຍະຂອງສິງກະໂປ ແລະ ເປີດກວ້າງການຮ່ວມມືກັບສິງກະໂປໃນບັນດາຂົງເຂດບຸລິມະສິດ ກໍຄືການພັດທະນາການຄົມມະນາຄົມທາງທະເລ,  Logistics, ຕ້ານໄພນໍ້າຖ້ວມອັ່ງ..

        ສ່ວນທ່ານ, Peter Ong ໄດ້ຕີລາຄາວ່າ ນະຄອນໂຮ່ຈີມິນ ແມ່ນມີເງື່ອນໄຂທີ່ດີ ເພື່ອສືບຕໍ່ທ່າພັດທະນາທີ່ຂະຫຍັນຂັນເຄື່ອນ, ເຂັ້ມແຂງ ຖ້າຫາກວ່າໄດ້ໝູນໃຊ້ເຕັກໂນໂລຢີ ແລະ ເຕັກນິກຢ່າງເໝາະສົມ. ບັນດາວິສາຫະກິດ ສິງກະໂປ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ ແລະ ເຂົ້າຮ່ວມປະຕິບັດບັນດາໂຄງການວາງແຜນຜັງສັງລວມ ແລະ ກໍ່ສ້າງສູນຕົວເມືອງຢ່າງມີຫົວຄິດປະດິດສ້າງ ຂອງນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ