ນະຄອນໂຮ່ຈິມີນຊຸກຍູ້ການພົວພັນກັບບັນດາທ້ອງຖິ່ນຂອງຝລັ່ງ

ນະຄອນໂຮ່ຈິມີນຊຸກຍູ້ການພົວພັນກັບບັນດາທ້ອງຖິ່ນຂອງຝລັ່ງ - ảnh 1
ທ່ານ ຫງວຽນ​ແທງ​ຟອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມີນຕ້ອນ​ຮັບ ທ່ານ Claude Bartolone, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຝ​ລັ່ງ
ພາບ:TTXVN

(vovworld)-​ວັນ​ທີ 21/3, ທ່ານ ຫງວຽນ​ແທງ​ຟອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຕ້ອນ​ຮັບ ທ່ານ Claude Bartolone, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຝ​ລັ່ງ ພ້ອມ​ດ້ວຍ​ຄະ​ນະ​ພວມ​ຢ້ຽມ​ຢາມ​ຫວຽດ​ນາມ. ນະ​ທີ່ນີ້ ທ່ານ ຫງວຽນ​ແທງ​ຟອງ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ ຝ​ລັ່ງ ໃນ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ສົນ​ທິ​ສັນ​ຍາ​ແມ່​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຄັ້ງ​ທີ 21 (COP 20) ແລະ ຖື​ວ່າ: ໝາກ​ຜົນ​ດັ່ງ​ກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄ​ຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ຂອງ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ນະ​ຄອນ ໂຮ່​ຈິ​ມີນ ຈະ​ສົມ​ທົບ ແລະ ເຂົ້າ​ຮ່ວມ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍານີ້. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຝ​ລັ່ງ Claude Bartolone ໃຫ້​ຮູ້​ວ່າ: ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຝ​ລັ່ງ.

ຂ່າວ/ບົດ​ອື່ນ