ນະຄອນໂຮ່ຈິມີນເຊື່ອມຕໍ່ຮຽກຮ້ອງການລົງທຶນຕ່າງປະເທດ

(VOVWORLD) - ຕອນບ່າຍວັນທີ 13 ສິງຫາ, ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມີນ ເປັນປະທານການພົບປະລະຫວ່າງການນຳນະຄອນກັບຫົວໜ້າບັນດາອົງການຕາງໜ້າສະຖານກົງສູນປະຈຳນະຄອນໂຮ່ຈິມີນ,
ນະຄອນໂຮ່ຈິມີນເຊື່ອມຕໍ່ຮຽກຮ້ອງການລົງທຶນຕ່າງປະເທດ - ảnh 1 (ພາບປະກອບ)

ແລກປ່ຽນກ່ຽວກັບກຳນົດທິດການພັດທະນາ, ບັນດາໂຄງການບຸລິມະສິດຮຽກຮ້ອງການລົງທຶນຂອງນະຄອນ ແລະ ເຊື່ອມຕໍ່ຮຽກຮ້ອງການລົງທຶນຕ່າງປະເທດເຂົ້ານະຄອນໃນໄລຍະຈະມາເຖິງ. ທີ່ການເຮັດວຽກ ທ່ານ ຫງວຽນແທ່ງຟອງ ເນັ້ນໜັກວ່າ ນະຄອນປາຖະໜາຢາກໄດ້ແບ່ງປັນ, ຖອດຖອນບົດຮຽນຂອງບັນດານະຄອນໃນໂລກ ເພື່ອແກ້ໄຂບັນດາບັນຫາກ່ຽວກັບຄຸນນະພາບການພັດທະນາ ແລະ ຄຸນນະພາບໃນການດຳລົງຊີວິດ. ການນຳນະຄອນປາຖະໜາວ່າ ຜ່ານການແບ່ງປັນວິໄສທັດຂອງການນຳນະຄອນ ແລະ ຜ່ານບັນດາຊ່ອງທາງທີ່ແຕກຕ່າງກັນ, ຊ່ວຍຍົກອອກບັນດາຂໍ້ລິເລີ່ມ, ບັນດາການເຊື່ອມຕໍ່ຢ່າງຕັ້ງໜ້າ ແລະ ສາມາດແກ້ໄຂບັນດາສິ່ງທ້າທາຍໃນວິວັດແຫ່ງການພັດທະນາ, ຮັບປະກັນໃຫ້ແກ່ການເຕີບໂຕແບບຍືນຍົງຂອງນະຄອນ.

        ທີ່ການເຮັດວຽກ, ທ່ານ ນາງ Leow Siu Liu , ຫົວໜ້າຫົວໜ້າກົງສູນໃຫຍ່ສາທາລະນະລັດສິງກະໂປ, ຫົວໜ້າຄະນະກົງສູນຕ່າງປະເທດປະຈຳນະຄອນໂຮ່ຈິມີນ ຕີລາຄາສູງທີ່ຕັ້ງຂອງນະຄອນໂຮ່ຈິມີນ ດ້ວຍຖານະເປັນຕົວເມືອງທີ່ຂະຫຍັນຂັນເຄື່ອນ ແລະ ມີບົດບາດສຳຄັນສຳລັບຫວຽດນາມ ແລະ ພາກພື້ນກໍ່ຄືຄວາມມານະພະຍາຍາມຂອງນະຄອນໃນການຮັບປະກັນການພັດທະນາຢ່າງແຮງ, ຍືນຍົງ ແລະ ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ