ນະໂຍບາຍການພົວພັນ ຕ່າງປະເທດຂອງລັດເຊຍ ແມ່ນໃຫ້ບຸລິມະສິດ ຊຸກຍູ້ການຮ່ວມມືກັບ ຫວຽດນາມ
ທ່ານເອກອັກຄະລັດຖະທູດ Andrey G. Kovtun
(ພາບ: Anh Ngọc)
(vovworld) – ວັນທີ 25/12, ຢູ່ ຮ່າໂນ້ຍ, ສະຖານທູດສະຫະພັນ ລັດເຊຍ ປະຈຳ ຫວຽດນາມ ໄດ້ຈັດຕັ້ງການປະຊຸມຂ່າວສະຫລຸບການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ສະຫະພັນ ລັດເຊຍ ແລະ ຫວຽດນາມ ໃນປີ 2013.
ຕາມທ່ານເອກອັກຄະລັດຖະທູດ Andrey G. Kovtun, ການພົວພັນລະຫວ່າງສະຫະພັນ ລັດເຊຍ ແລະ ຫວຽດນາມ ພວມສືບຕໍ່ເປີດກ້ວາງນັບທັງຂອບເຂດ ແລະ ຮູບແບບການຮ່ວມມືໃນທຸກໆຂົງເຂດ ວິທະຍາສາດ - ເຕັກນິກ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ... ກ່ຽວກັບດ້ານການເມືອງ, ຍາມໃດລັດເຊຍ ກໍ່ຖືເປັນສຳຄັນການຊຸກຍູ້ການຮ່ວມມືກັບ ຫວຽດນາມ ແມ່ນໜຶ່ງ ໃນບັນດາບຸລິມະສິດຕົ້ນຕໍ່ໃນນະໂຍບາຍພົວພັນຕ່າງປະເທດຂອງລັດເຊຍ ກັບອາຊີ. ບັນດາການຢ້ຽມຢາມຂອງການນຳຂັ້ນສູງ 2 ປະເທດໃນປີຜ່ານມາບັນລຸໝາກຜົນດີງາມ, ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ. ການຮ່ວມມືເສດຖະກິດ, ການຄ້າລະຫວ່າງ 2 ປະເທດກໍ່ບັນລຸໄດ້ໝາກຜົນດີພໍສົມຄວນ, ດັ່ງນັ້ນວົງເງິນການຄ້າ 2 ຝ່າຍບັນລຸ 3,15 ຕື້ USD, ມູນຄ່ານຳເຂົ້າສິນຄ້າຂອງ ລັດເຊຍ ຈາກ ຫວຽດນາມ ບັນລຸ 2,24 ຕື້ USD ໃນປີ 2013. 2 ປະເທດສູ້ຊົນນຳວົງເງິນການຄ້າຂຶ້ນເຖິງ 7 ຕື້ USD ໃນປີ 2015 ແລະ 10 ຕື້ USD ໃນປີ 2020... ທ່ານເອກອັກຄະລັດຖະທູດລັດເຊຍ ປະຈຳ ຫວຽດນາມ Andrey G. Kovtun ເນັ້ນໜັກວ່າ:
“ການພົວພັນລະຫວ່າງ 2 ປະເທດພວກເຮົາແມ່ນຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຄວາມເຄົາລົບບັນດາມູນເຊື້ອຂອງກັນ ແລະ ນຳ້ໃຈຮັກແພງກັນຢ່າງເລິກເຊິ່ງ. ຂ້າພະເຈົ້າ ຫວັງວ່າ, ບັນດາທ່າອ່ຽງຕັ້ງໜ້າທີ່ມີຢູ່ແລ້ວໃນການພົວພັນລະຫວ່າງ ພວກເຮົາຈະໄດ້ຮັບຄວາມມານະພະຍາຍາມ ແລະ ສະໜັບສະໜູນຈາກ 2 ຝ່າຍ. ສິ່ງດັ່ງກ່າວສຳຄັນທີ່ສຸດ ຍ້ອນວ່າສາຍພົວພັນຫຼາຍດ້ານລະຫວ່າງ ລັດເຊຍ ແລະ ຫວຽດນາມແມ່ນເໝາະສົມກັບຜົນປະໂຫຍດຂອງທັງ 2 ປະເທດ, ຊ່ວຍບັນລຸຄວາມກ້າວໜ້າທາງເສດຖະກິດ ແລະ ເຕັກໂນໂລຢີຂອງ 2 ປະເທດ, ປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີ - ປາຊີຟິກ”