(vovworld) - ກອງປະຊຸມສຳມະນາສາກົນ ດ້ວຍຫົວຂໍ້ວ່າ “ການຮ່ວມມືພັດທະນາລະຫວ່າງຫວຽດນາມ - ອາຊຽນ ກັບສະຫະພັນລັດເຊຍ: ພຶດຕິກຳຕົວຈິງ ແລະ ແງ່ຫວັງ“ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 15/9 ຢູ່ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມສຳມະນາມີທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ, ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ, ປະລິຍາເອກ Gorlinskiy Igor, ອະທິການບໍດີມະຫາວິທະຍາໄລສັງລວມແຫ່ງຊາດ Saint Pertersburg, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຕະງອກເຕິ໋ນ, ຜູ້ຕາງໜ້າສະຖານທູດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ພ້ອມກັບນັກຮຽນຮູ້, ນັກຄົ້ນຄ້ວາຂອງຫວຽດນາມ, ອາຊຽນ ແລະ ສະຫະພັນລັດເຊຍນັບຮ້ອຍຄົນ.
ກ່າວຄວາມເຫັນທີ່ກອງປະຊຸມສຳມະນາ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ເນັ້ນໜັກວ່າ, ໃນສະພາບການໂລກ ແລະ ພາກພື້ນພວມມີການຜັນແປຫຼາຍຢ່າງນັ້ນ, ເລື່ອງຊອກຫາບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - ອາຊຽນ ແລະ ສະຫະພັນລັດເຊຍແມ່ນມີຄວາມແທດຈິງທີ່ສຸດ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ, ຢືນຢັນວ່າ:
“ກ່ຽວກັບດ້ານຍຸດທະສາດ, ລັດເຊຍ ມີການຜູກມັດກ່ຽວກັບຜົນປະໂຫຍດ ດ້ານເສດຖະກິດ, ການທະຫານ, ການເດີນທະເລ, ການປ້ອງກັນຄວາມສະຫງົບ ແລະ ການເມືອງກັບອາຊຽນຫຼາຍທີ່ສຸດ. ດັ່ງນັ້ນ, ການກຳນົດ ແລະ ການເພີ່ມທະວີບົດບາດຂອງສະຫະພັນລັດເຊຍ ຢູ່ພາກພື້ນອາຊີ - ປາຊີຝິກ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາຂອງລັດເຊຍ. ຍິ່ງກວ່ານັ້ນ, ໃນການຟື້ນຕົວຂອງຫຼາຍປະເທດໃນພາກພື້ນອາຊີປະຈຸບັນນີ້, ມີຫຼາຍປະເທດໃນອາຊຽນ ມີຄວາມຕ້ອງການນຳເຂົ້າສິນຄ້າເປັນຈຳນວນຫຼາຍ, ເຊິ່ງສະຫະພັນລັດເຊຍ ມີຄວາມສາມາດຕອບສະໜອງຄວາມຕ້ອງການນີ້ໄດ້“.
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຊີ້ແຈ້ງວ່າ, ເຖິງວ່າໄລຍະຜ່ານມາ, ທັງອາຊຽນ ແລະ ສະຫະພັນລັດເຊຍ ລ້ວນແຕ່ມີຄວາມມານະພະຍາຍາມຊຸກຍູ້ການພົວພັນນີ້ຢ່າງບໍ່ຢຸດຢັ້ງ, ແຕ່ຄວາມສາມາດບົ່ມຊ້ອນຮ່ວມມືຍັງມີຫຼາຍຢູ່. ບັນດາຜົນງານໃນການຂຸດຄົ້ນປະຈຸບັນນີ້ພຽງແຕ່ຂຸດຄົ້ນທ່າແຮງຂອງທັງສອງຝ່າຍໄດ້ສ່ວນໜຶ່ງເທົ່ານັ້ນ. ໂດຍແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງສະຫະພັນລັດເຊຍ, ຫວຽດນາມຮັບຜິດຊອບ ແລະ ພວມປະຕິບັດບົດບາດເປັນຂົວຕໍ່ລະຫວ່າງລັດເຊຍ ແລະ ອາຊຽນ. ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນພະຍາຍາມພ້ອມກັບບັນດາປະເທດອາຊຽນ ເຮັດໃຫ້ການພົວພັນອາຊຽນ - ລັດເຊຍ ພັດທະນາຢ່າງຮອບດ້ານ, ເສີມຂະຫຍາຍທ່າແຮງຂອງກັນ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ.
ໃນ 2 ວັນດຳເນີນກອງປະຊຸມສຳມະນາ, ບັນດາບົດປະກອບຄຳເຫັນຢູ່ທີ່ນີ້ ໄດ້ສຸມໃສ່ເຮັດແຈ້ງ, ພິຈາລະນາຄືນໃໝ່ບັນດາບັນຫາຈຸດສຸມໃນການພົວພັນລະຫວ່າງຫວຽດນາມ - ອາຊຽນ - ລັດເຊຍ ຢ່າງຄົບຖ້ວນ ແລະ ພາວະວິໄສ, ແນໃສ່ເສີມຂະຫຍາຍທ່າແຮງຂອງແຕ່ລະຝ່າຍ, ເພື່ອຄວາມວັດທະນາຖາວອນລວມ ແລະ ປະກອບສ່ວນດີທີ່ສຸດ ໃຫ້ແກ່ການແກ້ໄຂບັນດາບັນຫາລວມຂອງພາກພື້ນ.