ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມຍາມໃດກໍ່ເຄົາລົບຮັບປະກັນສິດເສລີໃນການເຊື່ອຖືສາສະໜາຂອງພົນລະເມືອງ

(VOVWORLD) -ວັນທີ 08 ມິຖຸນາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ ກະຊວງການຕ່າງປະເທດອາເມລິກາ ໄດ້ປະກາດບົດລາຍງານສະພາບການກ່ຽວກັບສິດເສລີໃນການເຊື່ອຖືສາສະໜາສາກົນປີ 2017, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ, ຊີ້ແຈ້ງວ່າ.

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມຍາມໃດກໍ່ເຄົາລົບຮັບປະກັນສິດເສລີໃນການເຊື່ອຖືສາສະໜາຂອງພົນລະເມືອງ - ảnh 1 ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ

(ພາບ: TTXVN)

“ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນຍາມໃດກໍ່ເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖື, ສາສະໜາຂອງພົນລະເມືອງ. ສິ່ງດັ່ງກ່າວໄດ້ກຳນົດແຈ້ງໃນລັດຖະທຳມະນູນ 2013, ລະບົບກົດໝາຍຂອງຫວຽດນາມ ແລະ ໄດ້ຮັບການຮັບປະກັນ, ເຄົາລົບໃນຕົວຈິງ.

      ໃນໄລຍະຜ່ານມາ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປັບປຸງລະບົບກົດໝາຍ, ນະໂຍບາຍກ່ຽວກັບການເຊື່ອຖືສາສະໜາໃຫ້ບົມບູນແບບ, ພິເສດແມ່ນເລື່ອງຮັບຮອງເອົາກົດໝາຍວ່າດ້ວຍການເຫຼື້ອມໃສເຊື່ອຖືສາສະໜາ ແລະ ບັນດາມະຕິແນະນຳການປະຕິບັດກົດໝາຍວ່າດ້ວຍການເຫຼື້ອມໃສເຊື່ອຖືສາສະໜາ. ການດຳລົງເນີນວີດໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນໄດ້ຮັບການຮັບປະກັນ ດ້ວຍງານບຸນ, ການເຄື່ອນໄຫວສາສະໜານັບພັນຄັ້ງໃນແຕ່ລະປີ.

      ຫວຽດນາມຮັບຮູ້ກະຊວງການຕ່າງປະເທດອາເມລິກາ ໄດ້ຍົກອອກບາງບາດກ້າວໃນວຽກງານຮັບປະກັນ ແລະ ຊຸກຍູ້ຊີວິດທາງດ້ານການເຫຼື້ອມໃສເຊື່ອຖືສາສະໜາຢູ່ຫວຽດນາມ ໃນບົດລາຍງານສະພາບການກ່ຽວກັບສິດເສລີໃນການເຊື່ອຖືສາສະໜາສາກົນປີ 2017, ເຖິງຢ່າງໃດກໍ່ຕາມ, ກໍເປັນໜ້າເສຍດາຍບົດລາຍງານຍັງສືບຕໍ່ຍົກອອກການຕີລາຄາບາງຢ່າງຍັງບໍ່ ພາວະວິໃສ, ຍັງຄັດສະເໜີບັນດາຂໍ້ມູນທີ່ຜິດດ່ຽງກ່ຽວກັບຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ