ນາຍົກລັດຖະມົນຕີ ລີບີ Mustafa Abushagur ຖືກປົດຕຳແໜ່ງ

ນາຍົກລັດຖະມົນຕີ ລີບີ Mustafa Abushagur ຖືກປົດຕຳແໜ່ງ - ảnh 1
ທ່ານ​ນາຍົກລັດຖະມົນຕີ Mustafa Abushagur
(ພາບ: israelfacts.eu)


(vovworld) -     ວັນ​ທີ 7/10, ສະພາ​ແຫ່ງ​ຊາດ​ລີ​ບີ ​ໄດ້​ປົດ​ຕຳ​ແໜ່​ງທ່ານ​ນາຍົກລັດຖະມົນຕີ Mustafa Abushagur ພາຍຫຼັງ​ບໍ່​ເຫັນດີ​ກັບບັນຊີ​ລາຍ​ຊື່​ຄະນະ​ລັດຖະບານ​ໃໝ່​ໂດຍ​ທ່ານ​ຜູ້ນີ້​​ຍົກ​ອອກ​ມາ​ດ້ວຍ 125 ບັດ​ຄ້ານ, 44 ບັດ​ເຫັນ​ດີ, 17 ບັດ​ຂາວ. ບັນຊີ​ລາຍ​ຊື່​ຄະນະ​ລັດຖະບານ​ໃໝ່ ​ເຊິ່ງທ່ານ​ນາຍົກລັດຖະມົນຕີ ລີບີ ​ໄດ້ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ນີ້ ພາຍຫຼັງ​ທີ່ຄະນະ​ລັດຖະບານ​​​ໂດຍ​ທ່ານ​ Abushagur ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຖືກ​ປະຕິ​ເສດ​ເມື່ອ​ວັນ​ທີ 4/10 ​ແລະ ກຳນົດເວລາ​ສຸດ​ທ້າຍ 72 ຊົ່ວ​ໂມງ ​ໂດຍ​ສະພາ​ແຫ່ງ​ຊາດ​ກຳນົດ​ໄດ້​ໝົດ​ແລ້ວ,  ອັນ​ໄດ້​ເຮັດ​ໃຫ້ທ່ານ Abushagur ລາ​ອອກ​ຈາກ​ຕຳ​ແໜ່​ງ. ຕາມ​ບັນຊີ​ລາຍ​ຊື່​ຄະ​ນະ​ລັດຖະບານທີ່​ຫາ​ກໍ​ຍື່ນ​ສະ​ເໜີ, ຄະ​ນະ​ລັດຖະບານ ລີ​ບີ ມີລັດຖະມົນຕີ​ພຽງ 10 ທ່ານ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 4/10, ສະພາ​ແຫ່ງ​ຊາດ ລີ​ບີ ​ໄດ້​ປະຕິ​ເສດ​ບັນ​ຊີລາຍ​ຊື່ຄະ​ນະ​ລັດຖະບານ​ລວມມີ 27 ທ່ານໂດຍ​ທ່ານ​ນາຍົກລັດຖະມົນຕີ Abushagur ຍື່ນ​ສະ​ເໜີ. ​ເມື່ອ​ທ້າຍ​ເດືອນ 9, ສະພາ​ແຫ່ງ​ຊາດ ລີ​ບີ ​ໄດ້​ກ່າວ​ເຕືອນຈະ​ປົດ​ຕຳ​ແໜ່​ງ​ທ່ານ​ນາຍົກລັດຖະມົນຕີ Abushagur ຖ້າ​ຫາກ​ທ່ານ​ບໍ່​ສ້າງ​ຕັ້ງ​ລັດຖະບານ​ໃໝ່​​ໃດ້ກ່ອນ​ວັນ​ທີ 8/10.

ຂ່າວ/ບົດ​ອື່ນ