ນາຍົກລັດຖະມົນຕີ ຫງວຽນຊວນຟຸກເຮັດວຽກກັບການນຳຫຼັກແຫຼ່ງແຂວງແຄ້ງຮ່ວາ


ນາຍົກລັດຖະມົນຕີ ຫງວຽນຊວນຟຸກເຮັດວຽກກັບການນຳຫຼັກແຫຼ່ງແຂວງແຄ້ງຮ່ວາ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ  ຫງວຽນ​ຊວນ​ຟຸກ

(vovworld) - ຕອນ​ບ່າຍ​ວັນ​ທີ 28/2, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ  ຫງວຽນ​ຊວນ​ຟຸກ​ໄດ້​ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງແຂວງແຄ້ງ​ຮ່​ວາ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ  ຫງວຽນ​ຊວນ​ຟຸກ ໄດ້​ສະ​ເໜີ​ແຂວງ​ແຄ້ງ​ຮ່​ວາ​ຊຸກ​ຍູ້​ການ​ເຕີບ​ໂຕ​ທັງ 3 ປາຍ​ແຫຼມ​ເສດ​ຖະ​ກິດ​ຕາມ​ລ້ຳ​ດັບ: ການ​ທ່ອງ​ທ່ຽວ, ອຸດ​ສາ​ຫະ​ກຳ, ກະ​ສີ​ກຳ ແລະ ຊົນ​ນະ​ບົດ. ໃນ​ນັ້ນ​ຕ້ອງ​ສືບ​ຕໍ່​ສົ່ງ​ເວີມ​ການ​ເລີ່ມ​ທຸ​ລະ​ກ​ິດ, ຊຸກ​ຍູ້​ວິ​ສາ​ຫະ​ກິດ, ສູ້​ຊົ​ນ​ເຖິງ​ປີ 2020 ມີ​ແຕ່ 25000 ຫາ 30000 ວິ​ສາ​ຫະ​ກິດ, ພ້ອມ​ກັນ​ນັ້ນ ກໍ​ເອົາ​ໃຈ​ໃສ່​ນຳ​ວິ​ສາ​ຫະ​ກິດ​ກັບ​ຄືນ​ສູ່​ຊົນ​ນະ​ບົດ​ເພື່ອ​ກະ​ຕຸ້ນ​ການ​ເຕີບ​ໂຕ​ຂອງ​ຂົງ​ເຂດນີ້.

     ສຳ​ລັບ​ເສດ​ຖະ​ກິດ​ທະ​ເລ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ  ຫງວຽນ​ຊວນ​ຟຸກຫວັງ​ວ່າ ແຄ້ງ​ຮ່​ວາ​ສູ້​ຊົນ​ນຳ​ການ​ທ່ອງ​ທ່ຽວ​ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ທ້ອງ​ຖິ່ນ, ສູ້​ຊົນ​ເຖິງ​ປີ 2020 ດຶງ​ດູດ​ແຂກ​ທ່ອງທ່ຽວຢ່າງ ໜ້ອຍ 10 ລ້ານ​ເທື່ອ​ຄົນ, ໃນ​ນັ້ນ ມີ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 3 ລ້ານ​ຄົນ, ສູ້​ຊົນ​ນຳ​ປະ​ສິດ​ທິ​ຜົນ​ຈາກ​ເສດ​ຖະ​ກິດທ່ອງ​ທ່ຽວ​ປະ​ກອບ​ສ່ວນ​ແຕ່ 15 ຫາ 20 % ເຂົ້າ​ໃນ GDP.
ຂ່າວ/ບົດ​ອື່ນ