ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບປະທານອົງການຮ່ວມມືສາກົນ ຍີ່ປຸ່ນ
(ພາບ: VGP/Nhật Bắc)
(vovworld) – ຕອນບ່າຍວັນທີ 26/8, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ໃຫ້ການຕ້ອນຮັບປະທານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) Akihiko Tanaka ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ຊົມເຊີຍທ່ານ Akihiko Tanaka ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຂອບອົບຂອບໃຈ ຍີ່ປຸ່ນ ທີ່ໄດ້ໜູນຊ່ວຍ ODA ຫຼາຍທີ່ສຸດໃຫ້ແກ່ ຫວຽດນາມ, ສະແດງ ຄວາມປາດຖະໜາຢາກໃຫ້ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍ ODA ໃຫ້ແກ່ ຫວຽດນາມ ຢູ່ລະດັບສູງ, ສຸມໃສ່ເຂົ້າໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍ່ຄຸມຄອງ ແລະ ນຳໃຊ້ແຫຼ່ງທຶນ ODA ປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດ - ສັງຄົມຢ່າງມີປະສິດທິຜົນ, ພ້ອມທັງສະເໜີໃຫ້ JICA ຮ່ວມມືຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ໃນການປະຕິບັດບັນດາການເຄື່ອນໄຫວຮ່ວມມືລົງທຶນລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ. ທ່ານ Akihiko Tanaka ຢືນຢັນວ່າ: JICA ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນໃຫ້ແກ່ການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ - ຍີ່ປຸ່ນ.