ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານລາວ

ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານລາວ - ảnh 1
​ນາຍົກລັດຖະມົນຕີ ຫວຽດນາມ ​ໃຫ້ການ​ຕ້ອນຮັບ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານລາວ
(ພາບ: nguyentandung.org)

(vovworld) – ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ ລາວ ນຳ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດ​ທິຜົນ. ຕອນ​ບ່າຍ​ວັນ​ທີ 27/6, ທີ່​ການ​ຕ້ອນຮັບ​ລັດຖະມົນຕີ, ຫົວໜ້າ​ຫ້ອງວ່າການ​ລັດຖະບານ ລາວ ທ່ານ ສິນລະວົງ ຄຸດໄພທູນ ທີ່​ພວມ​ມີ​ການ​ຢ້ຽມຢາມ, ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ໜັກ​ສິ່ງ​ດັ່ງກ່າວ ​ແລະ ຊີ້​ແຈ້ງວ່າ 2 ປະ​ເທດ​ມີ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ, ດັ່ງ​ນັ້ນ, ​ເລື່ອງ​ແລກປ່ຽນ, ຮຳ່ຮຽນ​ເອົາ​ບົດຮຽນ ​ແລະ ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​​ເຊິ່ງກັນ ​ແລະ ກັນ​ແມ່ນ​ຈຳ​ເປັນ​ທີ່​ສຸດ​ໃຫ້​ແກ່​ທັງ  2 ຝ່າຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື ​ແລະ ​ແລກປ່ຽນ​ກັບ​ລາວ​ໃນ​ບັນດາ​ຂົງ​ເຂດ, ​ໃນ​ນັ້ນ​ມ​ີການ​ຮ່ວ​ມມື​ລະ​ຫວ່າງ​ຫ້ອງວ່າການ​ລັດຖະບານ 2 ປະ​ເທດ.

ຂ່າວ/ບົດ​ອື່ນ