ນາຍົກລັດຖະມົນຕີ ຮຽກຮ້ອງຍຸບເລີກ ຮົ້ວກີດຂວາງ, ຍົກສູງປະສິດທິຜົນການລົງທຶນ

ນາຍົກລັດຖະມົນຕີ ຮຽກຮ້ອງຍຸບເລີກ ຮົ້ວກີດຂວາງ, ຍົກສູງປະສິດທິຜົນການລົງທຶນ - ảnh 1
(ພາບປະກອບ)

(vovworld) - ທ່ານ​ນາຍົກລັດຖະມົນຕີຫາກໍ່ມີ​ເອກະສານ​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນສືບ​ຕໍ່​ເພີ່ມ​ທະວີ​ປະສິດທິ​ຜົນ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ຍຸ​ບ​ເລີກບັນດາ​ຮົ້ວ​ກີດຂວາງ ​ແລະ ປັບປຸງກົນ​ໄກ​ນະ​ໂຍບາຍ, ຍົກ​ສູງ​ປະສິດທິ​ຜົນ​ການ​ລົງທຶນ.

        ທ່ານ​ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ສືບ​ຕໍ່​ປະຕິບັດ​ບັນດາ​ໜ້າ​ທີ່ ​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່າງ​ເຂັ້ມ​ງວດ, ຮີບ​ເຮັ່ງ​ສຳ​ເລັດ​ບັນດາ​ວຽກ​ງານ​ທີ່​ຍັງ​ເຫຼືອ, ​ໂດຍ​ສະ​ເພາະ​ແມ່ນ​ການ​ກໍ່ສ້າງ, ປະກາດ​​ໃຊ້ບັນດາ​ເອກ​ະສານ​ນິຕິ​ກຳເພື່ອປັບປຸງລະບົບ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ລົງທຶນ. ພ້ອມ​ທັງ​ກວດກາ​ຄືນ​ວິວັດ​ການ​ປະຕິບັດ​ບັນດາ​ກົນ​​ໄກທີ່​​​ໄດ້ປະກາດ​ໃຊ້ ​ເພື່ອ​ພົບ​ເຫັນ​ເນື້ອ​ໃນ​ຍັງ​ບໍ່​ທັນ​ເໝາະ​ສົມ, ຍັງ​ແມ່ນ​ຮົ້ວ​ກີດຂວາງ​ສຳລັບ​ວຽກ​ງານ​ເພີ່ມ​ທະວີ​ການ​ດຶງ​ດູດ ​ແລະ ນຳ​ໃຊ້​ບັນດາ​ແຫຼ່ງທຶນ​ຈາກ​ແຫຼ່ງ​ເງິນ​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ປັບປຸງ, ​ເພີ່ມ​ເຕີ່​ມ​ໃຫ້​ເໝາະ​ສົມ.

  ທ່ານ​ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ເປັນ​ເຈົ້າ​ການສະ​ເໝີ​ຕໍ່​ນາຍົກລັດຖະມົນຕີ ​ແລະ ລາຍ​ງານ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ດັ່ງກ່າວຕໍ່​ນາຍົກລັດຖະມົນຕີ​ໃນ​ແຕ່ລະ​ປີ.

ຂ່າວ/ບົດ​ອື່ນ