ນາຍົກລັດຖະມົນຕີຍີ່ປຸ່ນມີບົດກ່າວປາໄສປະຫວັດສາດຕໍ່ສະພາແຫ່ງຊາດອາເມລິກາ
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
|
(vovworld) – ໃນບົດກ່າວປາໄສປະຫວັດສາດຕໍ່ສະພາແຫ່ງຊາດ ອາເມລິກາ, ວັນທີ 29/4, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ສະແດງ “ຄວາມເສຍດາຍຢ່າງເລິກເຊິ່ງ” ຕໍ່ການກະທຳຕ່າງໆຂອງ ຍີ່ປຸ່ນ ສຳລັບບັນດາປະເທດບ້ານໃກ້ເຮືອນຄຽງໃນສົງຄາມໂລກຄັ້ງທີ 2. ທ່ານ Shinzo Abe ເວົ້າວ່າ: ທ່ານຂໍແບ່ງປັນຄວາມເຈັບປວດກັບປະຊາຊົນ ອາເມລິກາ, ພິເສດແມ່ນບັນດາຜູ້ທີ່ມີຍາດຕິພີ່ນ້ອງເສຍຊີວິດໃນສົງຄາມໂລກຄັ້ງທີ 2. ນອກນັ້ນ, ທ່ານນາຍົກລັດຖະມົນຕີ Shinzo Abe ຮຽກຮ້ອງໃຫ້ບັນດາປະເທດເຄົາລົບຫຼັກການເຈລະຈາໂດຍສັນຕິຢ່າງເຂັ້ມງວດ, ພ້ອມທັງຖືວ່າ: ບໍ່ມີປະເທດໃດໄດ້ນຳໃຊ້ກຳລັງອາວຸດ ຫຼື ບັງຄັບເພື່ອປະຕິບັດບັນດາຖະແຫຼງການອະທິປະໄຕ.