ນາຍົກລັດຖະມົນຕີຫງວຽນຊວນຟຸກ: ຍາມໃດຫວຽດນາມກໍ່ຖືເປັນສຳຄັນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບຍີ່ປຸ່ນ

(VOVWORLD) - ທ່ານເອກອັກຄະລັດຖະທູດ Kunio Umeda ໄດ້ແຈ້ງບາງເນື້ອໃນກະກຽມໃຫ້ການຢ້ຽມຢາມຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເພື່ອບັນລຸໝາກຜົນດີທີ່ສຸດ.

(vovworld) - ຕອນບ່າຍວັນທີ 05/05, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Kunio Umeda. 

ນາຍົກລັດຖະມົນຕີຫງວຽນຊວນຟຸກ: ຍາມໃດຫວຽດນາມກໍ່ຖືເປັນສຳຄັນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບຍີ່ປຸ່ນ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ຕ້ອນຮັບທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ)

ນະທີ່ນີ້, ທ່ານເອກອັກຄະລັດຖະທູດ Kunio Umeda ໄດ້ແຈ້ງບາງເນື້ອໃນກະກຽມໃຫ້ການຢ້ຽມຢາມຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເພື່ອບັນລຸໝາກຜົນດີທີ່ສຸດ. ທ່ານເອກອັກຄະລັດຖະທູດ Kunio Umeda ໃຫ້ຮູ້ວ່າ: ຍີ່ປຸ່ນ ປາດຖະໜາຢາກຮ່ວມມືລົງທຶນເຂົ້າບັນດາໂຄງການພະລັງງານ, ສ່ວນໃນຂົງເຂດອຸດສາຫະກຳສຳຮອງ, ຍີປຸ່ນ ພ້ອມແລ້ວໜູນຊ່ວຍຫວຽດນາມ ໃນການພັດທະນາຂະແໜງອຸດສາຫະກຳໂອໂຕ, ສຸມໃສ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ.

        ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືກັບຍີ່ປຸ່ນ. ໃນການຢ້ຽມຢາມຍີ່ປຸ່ນ ໃນໄລຍະຈະມາເຖິງ, ຄາດວ່າ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະມີການເຈລະຈາກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ພົບປະການນຳສະພາແຫ່ງຊາດ, ວົງການນັກການເມືອງຍີ່ປຸ່ນ; ເຂົ້າຮ່ວມ ແລະ ກ່າວປາໄສທີ່ກອງປະຊຸມອະນາຄົດອາຊີ ກໍຄືເຂົ້າຮ່ວມ ແລະ ກ່າວປາໄສທີ່ກອງປະຊຸມສົ່ງເສີມການຄ້າໃຫຍ່ຢູ່ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ