ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະມາຄົມມິດຕະພາບໄທ-ຫວຽດນາມ
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບປະທານສະມາຄົມມິດຕະພາບໄທ-ຫວຽດນາມ)
(vovworld) - ຕອນບ່າຍວັນທີ 28/10, ເນື່ອງໃນໂອກາດການໄປໄວ້ອາໄລພະບາດສົມເດັດພະເຈົ້າມະຫາຊີວິດ ພູມີພູມ ອະດຸນຍະເດດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ພຣະຈວບ ໄຈຍາສານ, ປະທານສະມາຄົມມິດຕະພາບໄທ - ຫວຽດນາມ ເຂົ້າຢ້ຽມຂ່ຳນັບ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບົດບາດຂອງສະມາຄົມມິດຕະພາບໄທ - ຫວຽດນາມ ໃນການຊຸກຍູ້ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດອັນດີງາມລະຫວ່າງ 2 ປະເທດ, ພິເສດແມ່ນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2016, ໃນນັ້ນມີເລື່ອງປະກອບສ່ວນຈັດຕັ້ງພິທີເປີດສະຫຼອງເຂດອາໄລຫາປະທານໂຮ່ຈິມີນ ຢູ່ແຂວງ ນະຄອນພະນົມ ໃນເດືອນ 05/2016. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ສະມາຄົມຈະສືບຕໍ່ເອົາໃຈໃສ່, ຮ່ວມມືກັບປະຊາຄົມຊາວຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ໄທ, ເພື່ອ ກາຍເປັນຂົວເຊື່ອມຕໍ່ຊຸກຍູ້ການແລກປ່ຽນປະຊາຊົນ, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ.
ໃນກໍໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບປະທານ, ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ SCG ແລະ ຮອງປະທານຂັ້ນສູງ ທັງເປັນປະທານ SCG.