ນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບນາຍົກລັດຖະມົນຕີກຳປູເຈຍ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ Samdech Techo Hun Sen ເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 06 – 08 ທັນວາ.
ນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບນາຍົກລັດຖະມົນຕີກຳປູເຈຍ - ảnh 1(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen)

ຕອນເຊົ້າວັນທີ 07 ທັນວາ, ພາຍຫຼັງພິທີຕ້ອນຮັບໄດ້ຈັດຕັ້ງຢ່າງສົມກຽດຢູ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ໄດ້ດຳເນີນການເຈລະຈາ.

        ທີ່ການເຈລະຈາ, 2 ຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວພັດທະນາທີ່ຕັ້ງໜ້າຂອງການພົວພັນຫວຽດນາມ - ກຳປູເຈຍ ໃນໄລຍະຜ່ານມາ; ການນຳ 2 ປະເທດພ້ອມກັບບັນດາທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ, ໂດຍສະເພາະແມ່ນບັນດາທ້ອງຖິ່ນຢູ່ເຂດຊາຍແດນຮ່ວມ ໄດ້ພົບປະແລກປ່ຽນເປັນປະຈຳ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມສະເໜິດຕິດພັນນຳກັນ. ວົງເງິນການຄ້າ 2 ສົ້ນໃນປີ 2018 ໄດ້ມີບັນດາບາດກ້າວທີ່ໃຫຍ່ຫຼວງ, ຄາດວ່າ ປີ 2018 ຈະບັນລຸລະດັບ 4,5 ຕື້ USD. 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບໃຫ້ມີປະສິດທິຜົນກວ່າອີກ ເພື່ອແນໃສ່ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງແຕ່ລະປະເທດ.

        ນາຍົກລັດຖະມົນຕີ 2 ທ່ານກໍ່ໄດ້ປຶກສາຫາລື, ເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ການຄ້າ, ການສຶກສາບຳລຸງສ້າງ, ກະສິກຳ - ປ່າໄມ້, ສິນໃນນ້ຳ, ວັດທະນະທຳ - ສິລະປະ ແລະ ການພົບປະປະຊາຊົນ.

        ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ແກ້ໄຂບັນດາບັນຫາທີ່ຍັງຄົງຂ້າງໃຫ້ເປັນຢ່າງດີ ບົນຈິດໃຈມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ.

        ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ການນຳ 2 ທ່ານໄດ້ເຫັນດີກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ; ຢືນຢັນສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ສືບຕໍ່ກໍ່ສ້າງ ແລະ ພັດທະນາປະຊາຄົມອາຊຽນ; ຊຸກຍູ້ການຮ່ວມມືເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ແລະ ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ… ມຸ່ງໄປເຖິງບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

        ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Samdech Techo Hun Sen ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືບາງສະບັບ ໃນຂົງເຂດຄົມມະນາຄົມຂົນສົ່ງ, ຂີດເສັ້ນປັກຫລັກໝາຍຊາຍແດນ, ການສຶກສາ….

        ຕໍ່ຈາກນັ້ນ, ນາຍົກລັດຖະມົນຕີ 2 ທ່ານໄດ້ຈັດກອງປະຊຸມຂ່າວກ່ຽວກັບໝາກຜົນແຫ່ງການເຈລະຈາ. ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ແລະ ລ້ວນແຕ່ຖືວ່າ, 2 ປະເທດຈະບັນລຸວົງເງິນການຄ້າ 2 ສົ້ນແມ່ນ 5 ຕື້ USD ໃນປີ 2020 ໂດຍໄວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຊີ້ແຈ້ງວ່າ.

“ຂ້າພະເຈົ້າ ແລະ ທ່ານນາຍົກລັດຖະມົນຕີ Samdech Techo Hun Sen  ໄດ້ເຫັນດີວາງອອກບັນດາທິດທາງໃຫຍ່ ເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດຕາມທິດນໍາ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ນໍ້າໃຈໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”. ພວກຂ້າພະເຈົ້າຢັ້ງຢືນວ່າ ຈະສືບຕໍ່ນໍາການພົວພັນດ້ານການເມືອງໃຫ້ເລິກເຊິ່ງກວ້າງຂວາງກວ່່າອີກ, ຮັດແໜ້ນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອແນໃສ່ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມສະຫງົບ ແລະ ສະຖຽນລະພາບຂອງ ແຕ່ລະປະເທດໃຫ້ໝັ້ນຄົງເຂັ້ມແຂງ, ສະກັດກັ້ນອາດຊະຍາກໍາຂ້າມຊາດ ກໍຄືປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບໃຫ້ພາກພື້ນ. ສອງຝ່າຍ ເນັ້ນໜັກວ່າ ຈະສະຫງວນຄວາມບຸລິມະສິດສູງສຸດ ແລະ ມານະພະຍາຍາມກວ່າອີກ ເພື່ອແນໃສ່ບັນລຸໄດ້ບັນດາຜົນງານໃໝ່, ແທດຈິງໃນການຮ່ວມມືດ້ານເສດຖະກິດ, ນໍາການຮ່ວມມືເສດຖະກິດກາຍເປັນເສົາຄໍ້າທີ່ໝັ້ນຄົງເຂັ້ມແຂງຂອງການພົວພັນສອງປະເທດ. ພວກເຮົາເຫັນດີຈະສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍທັງໝົດ 22 ກົນໄກເຈລະຈາ, ຮ່ວມມືສອງຝ່າຍປະຈໍາໄລຍະ ໃຫ້ມີປະສິດທິຜົນ ເພື່ອໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດສອງປະເທດຮ່ວມມື, ລົງທຶນ, ດໍາເນີນທຸລະກິດ ດ້ວຍຄວາມປາດຖະໜາວ່າ ຍູ້ແຮງການເຄື່ອນໄຫວລົງທຶນລະຫວ່າງສອງປະເທດໃນຊຸກປີຈະມາເຖິງ”

ຕອບກັບ

ຂ່າວ/ບົດ​ອື່ນ