ນາຍົກລັດຖະມົນຕີຫງວຽນເຕີນຢູງ ອອກຄຳສັ່ງເລີ່ມລົງມືກໍ່ສ້າງໂຄງການຂ້າມທະເລໃຫຍ່ກວ່າໝູ່ຢູ່ຫວຽດນາມ
ທ່ານ ນາຍົກລັດຖະມົນຕີ ຫງວຽນເຕີນຢູງກ່າວຄຳເຫັນນະພິທີ
|
(vovworld)- ຕອນເຊົ້າວັນທີ 15/2 ຢູ່ ເມືອງ ຫາຍອານ,ນະຄອນ ຫາຍຟ່ອງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ອອກຄຳສັ່ງເລີ່ມລົງມືກໍ່ສ້າງເສັ້ນທາງລົດໂອໂຕເຕີນຫວູ-ແລກຫ້ວຽນ, ໃນນັ້ນ ມີຂົວຂ້າມທະເລມີຄວາມຍາວກວ່າ 5,4 ກິໂລແມັດ.ນີ້ແມ່ນຂົວຂ້າມທະເລຍາວກວ່າໝູ່ຢູ່ຫວຽດນາມ ແລະ ແມ່ນຫນຶ່ງໃນບັນດາຂົວຂ້າມທະເລໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສຽງໃຕ້ປະຈຸບັນ. ກ່າວຄຳເຫັນນະພິທີ, ທ່ານ ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ: ໂຄງການກໍ່ສ້າງເສັ້ນທາງລົດໂອໂຕເຕີນຫວູ-ແລກຫ້ວຽນ ມີຍອດເງິນລົງທຶນເປັນຈຳນວນຫລາຍ,ໝູນໃຊ້ເຕັກໂນໂລຊີສູງ ແລະ ຄວາມຍາວຂ້າມທະເລໃຫຍ່ກວ່າໝູ່ໃນປະຈຸບັນ. ນີ້ກໍແມ່ນໂຄງການຮ່ວມມືລະຫວ່າງພາກລັດ,ພາກເອກະຊົນ ລະຫວ່າງລັດຖະບານ ຫວຽດນາມ ແລະ ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ກ່າວວ່າ: “ຫາຍຟ່ອງ ຕ້ອງຮີບເຮັ່ງດັດປັບການວາງແຜນກຳນົດ, ນັບທັງການວາງແຜນຜັງເມືອງ ກາດຫາຍ, ແລກຫ້ວຽນ ເພື່ອກາຍເປັນນະຄອນອຸດສາຫະກຳ, ບໍລິການທ່າກຳປັ່ນທັນສະໄຫມ, ສີວິໄລ. ຫາຍຟ່ອງ ຄວນສຸມໃສ່ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ,ຍູ້ແຮງດຶງດູດການລົງທຶນ ແລະ ຜັນຂະຫຍາຍບັນດາໂຄງການຂຸດຄົ້ນ, ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບເພື່ອພັດທະນາແບບຍືນຍົງ, ວ່ອງໄວ.”