(vovworld) - ຕອນບ່າຍວັນທີ 12/06, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Mitsihiro Furusawa, ຮອງຜູ້ອຳນວຍການກອງທຶນເງິນຕາສາກົນ (IMF) ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໃຫ້ຮູ້ວ່າ, ຄາດໝາຍຂອງຫວຽດນາມແມ່ນພັດທະນາເສດຖະກິດຢ່າງໄວ ແລະ ຍືນຍົງ ຕິດພັນກັບການຮັບປະກັນ ແລະ ຄວບຄຸມເສດຖະກິດມະຫາພາກເປັນປົກກະຕິ; ການເຕີບໂຕດ້ານເສດຖະກິດ ໄປພ້ອມກັບລະດັບຄວາມຄືບໜ້າ, ຄວາມຍຸຕິທຳທາງສັງຄົມ… ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ, ລັດຖະບານຫວຽດນາມ ໄດ້ ແລະ ພວມສືບຕໍ່ມານະພະຍາຍາມຜັນຂະຫຍາຍບັນດາເສົາຄ້ຳນະໂຍບາຍທີ່ໄດ້ກຳນົດໄວ້, ໃນນັ້ນສຸມໃສ່ເຂົ້າໃນການປະຕິບັດກົນໄກການຕະຫຼາດໃຫ້ສຳເລັດຜົນ, ເປັນເຈົ້າການເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ, ກວ້າງຂວາງ.
ສ່ວນທ່ານ Mitsihiro Furusawa ໄດ້ຕີລາຄາສູງໝາກຜົນການຮ່ວມມືອັນດີງາມກັບຫວຽດນາມ ໃນໄລຍະຜ່ານມາ, ພ້ອມທັງຢືນຢັນວ່າ ຍາມໃດ IMF ກໍກ່ຽມພ້ອມການໜູນຊ່ວຍຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດໃຫ້ຄຳປຶກສາດ້ານນະໂຍບາຍ, ໜູນຊ່ວຍດ້ານເຕັກນິກ ແລະ ຍົກສູງກຳລັງຄວາມສາມາດ.