ນາຍົກລັດຖະມົນຕີຫງວຽນເຕີນຢຸງຕ້ອນຮັບເຈົ້າຊາຍສະຫະພັນລາຊະອານາຈັກອັງກິດແລະອຽກລັງເໜືອ

ນາຍົກລັດຖະມົນຕີຫງວຽນເຕີນຢຸງຕ້ອນຮັບເຈົ້າຊາຍສະຫະພັນລາຊະອານາຈັກອັງກິດແລະອຽກລັງເໜືອ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງຕ້ອນ​ຮັບ
​ເຈົ້າ​ຊາຍສະຫະພັນລາຊະ​ອານາຈັກ​ອັງກິດ​ແລະອຽກລັງ​ເໜືອ
(ພາບ: VGP)


(vovworld) – ​​​ຕອນ​ບ່າຍວັນ​ທີ 13/11, ຢູ່​ສ​ຳນັກ​ງານ​ລັດ​ຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢຸງ ​ໄດ້​​ໃຫ້ການ​ຕ້ອນຮັບເຈົ້າ​ຊາຍສະຫະພັນລາຊະ​ອານາຈັກ​ອັງກິດ​ ແລະ​ ​ອຽກລັງ​ເໜືອ Andrew ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ​, ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​​ເຕີນ​ຢຸງ ຢືນຢັນ​ວ່າ, ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຮ່ວມ​ມື​ຢ່າງ​ມີ​ປະສິດ​ທິຜົນ ​ແລະ ​ແທ​ດຈິງ​ກັບ​ອັງກິດ ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງ​ທຶນ ຍ້ອນ​ວ່າ ນີ້​ແມ່ນ​ຂົງ​ເຂດ​​ເຊິ່ງຍັງ​ມີ​ຄວາມ​ສາມາດ​ບົມຊ້ອນ​ທີ່​ກວ້າງ​ໃຫຍ່ ​ແລະ ອຸ​ດົມ​ສົມ​ບູນ. ທ່ານນາຍົກລັດຖະມົນ​ຕີ ກໍ​ໃຫ້​ຮູ້​ວ່າ, ຫວຽດນາມ ຖື​ເປັນ​ສຳຄັນ​​ເລື່ອງ​ໜູນ​ຊ່ວຍການກໍ​ຮ່າງ​ສ້າງ​ຕົວວິ​ສາ​ຫະກິດ, ພັດທະນາ​ວິ​ສະ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​​ແກ່ນັບ​ມື້ນັບ​ສະ​​ດວກ​ໃຫ້​ວິ​ສາ​ຫະກິດ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ບັນລຸ​ຜົນສຳ​ເລັດ.

      ສ່ວນ​​ເຈົ້າ​ຊາຍ Andrew ​ໃຫ້​ຮູ້​ວ່າ, ດ້ວຍ​ບົດຮຽນ ​ແລະ ​ເຄືອ​ຂ່າຍຂອງ​ຕົນ​ໃນ​ຂົງ​ເຂດ​ໜູນ​ຊ່ວຍ​ການ​ກໍ​່ຮ່າງ​ສ້າງ​ຕົວວິ​ສາ​ຫະກິດ ​ແລະ ພັດທະນາ​ວິ​ສະ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ທ່ານ​ໄດ້ ​ແລະ ຈະ​ມີ​ການ​ເຈລະຈາ​ກັບ​ບັນດາອົງການ​ກ່ຽວຂ້ອງ​ຫວຽດນາມ ​ແລະ ປະ​ຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ​ກ່ຽວ​ກັບ​ແນວ​ຄິດ ກໍ​ຄື​ແຜນການດຳ​ເນີນ​ງານ​ເພື່ອ​ຜັນ​ຂະຫຍາຍ​ແນວ​ຄິດ​ນີ້​ໃນ​ປີໜ້າ.

ຂ່າວ/ບົດ​ອື່ນ