ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ໋ນຢຸງ
ພົບປະເຈລະຈາກັບທ່ານນາງ Christine Defraigne
(ພາບ: VGP)
(vovworld) – ທີ່ການພົບປະເຈລະຈາໃນຕອນບ່າຍວັນທີ 3/11, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ໋ນຢຸງ ສະເໜີ 2 ຝ່າຍມານະພະຍາຍາມຫລາຍກ່ວາອີກ ໃນການຊຸກຍູ້ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ຮັບການເຫັນດີຢ່າງມີປະສິດທິຜົນ ກໍຄືເພີ່ມທະວີການສົ່ງເສີມ, ສ້າງບັນດາໂຄງການຮ່ວມມືໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ປາດຖະໜາວ່າ: ເມື່ອສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ ໄດ້ລົງນາມ, ແບນຊິກ ຈະໃຫ້ສັດຕະຍາບັນສັນຍາດັ່ງກ່າວນີ້ໂດຍໄວ ເພາະວ່າ ນີ້ແມ່ນສັນຍາມີຄວາມໝາຍສຳຄັນທີ່ສຸດ; ເປີດແງ່ຫວັງຫລາຍຢ່າງ ແລະ ກາລະໂອກາດຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ ເວົ້າລວມ ແລະ ແບນຊິກ ເວົ້າສະເພາະ.
ສ່ວນທ່ານນາງ Christine Defraigne ປະທານສະພາສູງ ແບນຊິກ ສະແດງຄວາມເຊື່ອໝັ້ນວ່າ: ການພົວພັນຮ່ວມມືລະຫວ່າງ ແບນຊິກ ແລະ ຫວຽດນາມ ຈະສືບຕໍ່ມີບັນດາບາດກ້າວພັດທະນາໃໝ່ໃນອະນາຄົດ; ປາດຖະໜາຢາກໃຫ້ລັດຖະບານ ຫວຽດນາມ ເອົາໃຈໃສ່, ໜູນຊ່ວຍບັນດາວິສາຫະກິດຂອງ ແບນຊິກ ມາສຳຫລວດ, ຊອກຫາກາລະໂອກາດລົງທຶນ, ແລກປ່ຽນຄ້າຂາຍຢ່າງມີປະສິດທິຜົນ ແລະ ຍາວນານຢູ່ ຫວຽດນາມ.