ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງພົບປະເຈລະຈາກັບປະທານາທິບໍດີບັງກຼາເທດ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ແລະ
ທ່ານປະທານາທິບໍດີ ບັງກຼາເທດ Abdul Hamid
(ພາບ: NhatBac)
(vovworld) - ຕອນບ່າຍວັນທີ 10/8, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ພົບປະເຈລະຈາກັບທ່ານປະທານາທິບໍດີ ບັງກຼາເທດ Abdul Hamid ພວມຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ. ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ພ້ອມກັບລັດຖະບານ ບັງກຼາເທດ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງ ຊຶ່ງ 2 ຝ່າຍບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້ຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ແລະ ທ່ານປະທານາທິບໍດີ Abdul Hamid ກໍແລກປ່ຽນບັນດາທິດທາງໃຫຍ່ ແລະ ມາດຕະການລະອຽດ ເພື່ອຍູ້ແຮງການພົວພັນຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ, ພິເສດແມ່ນ ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ. 2 ຝ່າຍເຫັນດີເປັນເອກະພາບສູ້ຊົນຍົກວົງເງິນການຄ້າ 2 ສົ້ນແຕ່ 800 ລ້ານ USD ປີ 2014 ຂຶ້ນ 1 ຕື້ USD ໃນປີ 2016. 2 ຝ່າຍເຫັນດີຜັນຂະຫຍາຍການປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານກະສິກຳ, ການປະມົງ ແລະ ລ້ຽງສັດ...ຢ່າງມີປະສິດທິຜົນ.
ທ່ານປະທານາທິບໍດີ Abdul Hamid ແບ່ງປັນຄວາມວິຕົກກັງວົງຢ່າງເລິກເຊິ່ງຂອງ ຫວຽດນາມ ແລະ ອາຊຽນ ຕໍ່ໜ້າບັນດາການຜັນແປຫວ່າງແລ້ວນີ້ຢູ່ທະເລຕາເວັນອອກ. ທ່ານປະທານາທິບໍດີ Abdul Hamid ຢືນຢັນວ່າ: ຄວາມສຳຄັນຂອງການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ ກໍຄືແກ້ໄຂຄວາມຂັດແຍ້ງກັນບົນທະເລອີງຕາມກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ເນັ້ນໜັກເຖິງຄວາມຈຳເປັນຂອງເລື່ອງບັນດາຝ່າຍກ່ຽວຂ້ອງປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ກ້າວໄປເຖິງການສ້າງປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC)
ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ Abdul Hamid ໄດ້ເຊີນທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຢ້ຽມຢາມ ບັງກຼາເທດ ຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ໄດ້ເຫັນດີ, ສ່ວນໄລຍະເວລາຢ້ຽມຢາມຈະດຳເນີນໃນໄລຍະເວລາທີ່ເໝາະສົມຜ່ານທາງການທູດ.