ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງເຮັດວຽກກັບສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ແລະ ບັນດານັກວິທະຍາສາດທີ່ການເຮັດວຽກ
|
(vovworld)- ຕອນບ່າຍວັນທີ 29/7, ກ່າວຄຳເຫັນທີ່ການເຮັດວຽກກັບ ສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ຕີລາຄາສູງການປະກອບສ່ວນຢ່າງແທດຈິງ ແລະ ສຳຄັນຂອງບັນດາຊົນຊັ້ນປັນຍາຊົນ ແລະ ສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມເຂົ້າໃນການພັດທະນາຂອງປະເທດຊາດ. ທ່ານນາຍົກ ລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ສະເໜີບັນດາກະຊວງ, ຂະແໜງການ , ທ້ອງຖິ່ນ ແລະ ສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ຈົ່ງເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນນຳກັນໃນການເຄື່ອນໄຫວຄົ້ນຄ້ວາກໍຄືໃນວຽກງານສັງເກດຕີລາຄາ. ພ້ອມກັນນັ້ນ ກໍຍູ້ແຮງການຮ່ວມມືສາກົນ, ດຶງດູດແຫຼ່ງກຳລັງທັງຢູ່ພາຍໃນ ແລະ ສາກົນ ກໍຄືຖັນແຖວນັກປັນຍາຊົນແມ່ນຊາວຫວຽດນາມອາໄສຢູ່ຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ເນັ້ນໜັກວ່າ :
“ ປະຈຸບັນ, ຄວນເລັ່ງໃສ່ເສີມຂະຫຍາຍພາລະໜ້າທີ່ເຕົ້າໂຮມສາມັກຄີ, ເສີມຂະຫຍາຍບົດບາດຂອງ ຖັນແຖວນັກປັນຍາຊົນ. ຖັນແຖວນັກປັນຍາຊົນຂອງພວກເຮົາເຕີບໃຫຍ່, ປະຈຸບັນຄວນເຕົ້າໂຮມເຂົາສະມາຄົມຕ່າງໆເພື່ອເສີມຂະຫຍາຍ ບົດບາດຖັນແຖວນັກປັນຍາຊົນໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນ, ເພີ່ມຄວາມສາມາດແກ່ງແຍ້ງໃນທຸກໆຂົງເຂດ. ”