ນາຍົກລັດຖະມົນຕີຫວຽດນາມສົ່ງໂທລະເລກຢື້ຢາມຖາມຂ່າວສະພາບຝົນຕົກນ້ຳຖ້ວມຢູ່ກຳປູເຈຍ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະແດງຄວາມເສົ້າສະຫຼົດໃຈກັບປະຊາຊົນກຳປູເຈຍ

ນາຍົກລັດຖະມົນຕີຫວຽດນາມສົ່ງໂທລະເລກຢື້ຢາມຖາມຂ່າວສະພາບຝົນຕົກນ້ຳຖ້ວມຢູ່ກຳປູເຈຍ - ảnh 1

 ມີ 19 ໃນຈຳນວນ 25 ແຂວງ, ນະຄອນຂອງກຳປູເຈຍ ເກີດຝົນຕົກໜັກ ແລະ ນ້ຳຖ້ວມ

(ພາບ: AFP/TTXVN)

ໂດຍໄດ້ຮັບຂ່າວວ່າ, ມີ 19 ໃນຈຳນວນ 25 ແຂວງ, ນະຄອນຂອງກຳປູເຈຍ ເກີດຝົນຕົກໜັກ ແລະ ນ້ຳຖ້ວມ, ວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານນາຍົກລັດຖະມົນຕີແຫ່ງລາຊະອານະຈັກກຳປູເຈຍ Hun Sen.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະແດງຄວາມເສົ້າສະຫຼົດໃຈກັບປະຊາຊົນກຳປູເຈຍ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາ ແລະ ຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງທ່ານນາຍົກລັດຖະມົນຕີ Hun Sen, ປະຊາຊົນ ກຳປູເຈຍ ຈະຜ່ານຜ່າຄວາມຫຍຸ້ງຍາກໃນຈຸດເວລາໃນປະຈຸບັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ