ນາຍົກລັດຖະມົນຕີຫວຽດນາມອະນຸມັດແຜນການສັງລວມພັດທະນາການຄ້າເອເລັກໂຕນິກ
(ພາບປະກອບ)
(vovworld)- ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ອະນຸມັດແຜນການສັງລວມພັດທະນາການຄ້າເອເລັກໂຕນິກ ໄລຍະ 2016-2020. ຕາມນັ້ນແລ້ວ, ສູ້ຊົນຮອດປີ 2020, ຈະສ້າງເຄືອຂ່າຍບໍລິການຂົນສົ່ງ, ມອບຮັບ ແລະ ສຳເລັດໃບສັ່ງຊື້ສິນຄ້າ ໃຫ້ແກ່ການຄ້າເອເລັກໂຕນິກ ຊຶ່ງກວມລວມເອົາບັນດາແຂວງ, ນະຄອນໃນທົ່ວປະເທດ. ສ້າງໂຄງລ່າງດ້ານນິຕິກຳ ໃຫ້ສົມບູນແບບ ແກ່ການຄ້າເອເລັກໂຕນິກ ກັບລະລົບເອກະສານນິຕິກຳ ດັດປັບຢ່າງຮອບດ້ານ, ທ່ວງທັນສະພາບການພັດທະນາຕົວຈິງ ຂອງບັນດາຮູບແບບ ແລະ ການເຄື່ອນໄຫວການຄ້າເອເລັກໂຕນິກແຕກຕ່າງກັນ ໃນສັງຄົມ. ກໍ່ສ້າງ ແລະ ພັດທະນາ ລະບົບຊຳລະການຄ້າເອເລັກໂຕນິກແຫ່ງຊາດ, ເພື່ອນຳໃຊ້ຢ່າງກວ້າງຂວາງ ໃຫ້ແກ່ບັນດາຮູບແບບການຄ້າເອເລັກໂຕນິກ, ສູ້ຊົນຮອດປີ 2020, 30% ຈຳນວນປະຊາຊົນ ເຂົ້າຮ່ວມການຊື້ເຄື່ອງຂອງ ຜ່ານເຄື່ອຂ່າຍອິນເຕີເນັດ, 80% ວິສາຫະກິດດຳເນີນການສັ່ງຊື້ສິນຄ້າ ຫຼືີ ຮັບໃບສັ່ງຊື້ສິນຄ້າ ຜ່ານລະບົບການຄ້າເອເລັກໂຕນິກ…