(vovworld) - ຕອນເຊົ້າວັນທີ 18/07, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳຍູ້ແຮງການປະຕິບັດບັນດາໂຄງການ ບົນພື້ນຖານຖອດທອນບົດຮຽນ ໃນວິວັດການປະຕິບັດໃນໄລຍະ 5 ປີຜ່ານມາ, ຈາກນັ້ນວາງຄາດໝາຍໃຫ້ໄລຍະ 5 ປີຈະມາເຖິງ ເພື່ອໃຫ້ໂຄງການຫຼຸດຜ່ອນຄວາມທຸກຍາກນຳເຂົ້າສະພາບຕົວຈິງ ນັບທັງທາງດ້ານຄຸນນະພາບ ແລະ ວິທີເຮັດ, ມຸ່ງໄປເຖິງການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ເນັ້ນໜັກວ່າ.
“ຕ້ອງສືບຕໍ່ກວດກາ, ເຕົ້າໂຮມບັນດາລາຍການ, ຫຼຸດຜ່ອນຈຳນວນເອກະສານ, ບົນພື້ນຖານນັ້ນສ້າງສຳເລັດເພື່ອສະເໜີໃຫ້ລັດຖະບານ.ຫ ຜ່ານນັ້ນ, ເສີມຂະຫຍາຍບົດບາດໜູນຊ່ວຍໃຫ້ປະຊາຊົນທີ່ມີເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຢາກຫຼຸດພົ້ນອອກຈາກຄວາມທຸກຍາກ, ເຮັດໃຫ້ຊີວິດນັບມື້ນັບດີງາມກວ່າ, ຕ້ອງເຊີດຊູບັນດາແບບຢ່າງດີເດັ່ນ. ມີບາງເປົ້າໝາຍ, ຂົງເຂດ, ບໍລິເວນຕ້ອງໄດ້ຮັບການຄົ້ນຄ້ວາຢ່າງລະອຽດ ເພື່ອລົົບລ້າງສະພາບອຶດຫິວ, ທຸກຍາກໃຫ້ປະຊາຊົນ.”