ທ່ານນາຍົກລັດຖະມົນຕີ ນິວຊີແລນ John Key
(ພາບ: nguyentandung.org)
(vovworld) - ວັນທີ 3/8, ທ່ານນາຍົກລັດຖະມົນຕີ ນິວຊີແລນ John Key ໄດ້ຮຽກຮ້ອງບັນດາຝ່າຍເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟີກ (TPP) ກັບຂຶ້ນສູ່ໂຕະເຈລະຈາໃນເດືອນນີ້ ເຖິງວ່າ: ບໍ່ຍົກອອກເວລາ ແລະ ສະຖານທີ່ລະອຽດໃຫ້ແກ່ການເຊື່ອມຕໍ່ການເຈລະຈາກໍ່ຕາມ, ທ່ານນາຍົກລັດຖະມົນຕີ John Key ຖືວ່າ: ບັນດາຝ່າຍພວມດຳເນີນການປະຊຸມໃນ 2-3 ສັບປະດາຕໍ່ໜ້າ. ຕາມທ່ານແລ້ວ, ໂອກາດໃຫ້ແກ່ການເຊັນ TPP ຈະນັບມື້ຮັດແຄບໄວ້ຍ້ອນການເລືອກຕັ້ງປະທານາທິບໍດີ ຈະມາເຖິງຢູ່ ອາເມລິກາ ຈະເຮັດໃຫ້ເລື່ອງດຳເນີນການເຈລະຈານັບມື້ນັບຫຍຸ້ງຍາກກ່ວາ. ທ່ານໃຫ້ຮູ້ວ່າ: ພາຍຫລັງຮອບເຈລະຈາຢູ່ Hawaii ບັນຫາທີ່ຍັງຄົງຄ້າງແມ່ນບໍ່ຫລາຍ, ດັ່ງນັ້ນ, ບັນດານັກເຈລະຈາ ແລະ ລັດຖະມົນຕີປະເທດຕ່າງໆ ອາດຈະເຊື່ອມຕໍ່ການເຈລະຈາໂດຍໄວ, ຂໍ້ຕົກລົງນີ້ ຈຶ່ງສິ້ນສຸດໄດ້. ທ່ານນາຍົກລັດຖະມົນຕີ John Key ຖືວ່າ: ການເຊື່ອມຕໍ່ການເຈລະຈາຍິ່ງດົນເທົ່າໃດ, ການເຊັນ TPP ຍິ່ງຫຍຸ້ງຍາກເທົ່ານັ້ນ.