ນຳສົ່ງພົນລະເມືອງ ຫວຽດນາມ ຈາກສ.ເກົາຫຼີ, ຍີ່ປຸ່ນກັບຄືນປະເທດ

(VOVWORLD) -ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ (ນະຄອນ ໂຮ່ຈີມິນ), ຜູ້ໂດຍສານຢູ່ທັງສອງຖ້ຽວບິນດັ່ງກ່າວ ໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ນຳສົ່ງພົນລະເມືອງ ຫວຽດນາມ ຈາກສ.ເກົາຫຼີ, ຍີ່ປຸ່ນກັບຄືນປະເທດ - ảnh 1ພາບປະກອບ: TTXVN 

ວັນທີ 21 ທັນວາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ບໍລິສັດການບິນ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ສ.ເກົາຫຼີ ຈັດສົ່ງພົນລະເມືອງ ຫວຽດນາມ ກ່ວາ 340 ຄົນກັບຄືນປະເທດຢ່າງປອດໄພ. ກ່ອນໜ້ານັ້ນ, ໃນວັນທີ 20 ທັນວາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳຍີ່ປຸ່ນ ແລະ ບໍລິສັດການບິນຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຍີ່ປຸ່ນ ນຳສົ່ງພົນລະເມືອງ ຫວຽດນາມ ກ່ວາ 350 ຄົນກັບຄືນປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ (ນະຄອນ ໂຮ່ຈີມິນ), ຜູ້ໂດຍສານຢູ່ທັງສອງຖ້ຽວບິນດັ່ງກ່າວ ໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ