(ພາບປະກອບ) |
(vovworld)- ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ເຊັນອະນຸມັດແຜນຮ່າງພັດທະນາເຄື່ອງໝາຍການຄ້າເຂົ້າສານຫວຽດນາມເຖິງປີ 2020, ວິໄສທັດເຖິງປີ 2030. ເຂົ້າສານຫວຽດນາມກາຍເປັນເຄື່ອງໝາຍການຄ້າອັນດັບໜຶ່ງຂອງໂລກກ່ຽວກັບຄຸນນະພາບ, ຄວາມປອດໄພດ້ານສະບຽງອາຫານໃນປີ 2030. ຈຸດໝາຍລວມຂອງແຜນຮ່າງພັດທະນາເຄື່ອງໝາຍການຄ້າເຂົ້າສານຫວຽດນາມເຖິງປີ 2020, ວິໄສທັດເຖິງປີ 2030 ແມ່ນເພື່ອສ້າງ ເຄື່ອງໝາຍການຄ້າເຂົ້າສານຫວຽດນາມ, ຍົກສູງຄວາມຮັບຮູ້ຂອງບັນດານັກຜະລິດ, ນັກນຳເຂົ້າ, ແຈກຢາຍ ແລະ ຜູ້ບໍລິໂພກທັງຢູ່ພາຍໃນ ແລະ ຕ່າງປະເທດທີ່ມີຕໍ່ຜະລິດຕະພັນເຂົ້າສານຂອງຫວຽດນາມ, ສ້າງພື້ນຖານເພື່ອປັບປຸງ ແລະ ພັດທະນາຕະຫຼາດ, ຍົກສູງມູນຄ່າເພີ່ມ, ອັດຕາສ່ວນ ແລະ ກຳລັງແກ່ງແຍ້ງຂອງຜະລິດຕະພັນເຂົ້າສານຫວຽດນາມຢູ່ຕະຫຼາດໂລກ.