ຄະນະຜູ້ແທນຂອງ 2 ຄະນະພົວພັນຕ່າງປະເທດ ໄດ້ມາຖະຫວາຍ
ທູບທຽນອາໄລຫາ ຢູ່ເຂດອະນຸສອນສະຖານ ປະທານໂຮ່ຈີມິນ
(vovworld) – ໃນລະຫວ່າງວັນທີ 25 – 29/7, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ສົມທົບກັບອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ແຂວງ ຄຳມ່ວນ ຈັດຕັ້ງການພົບປະແລກປ່ຽນມິດຕະພາບທີ່ເປັນມູນເຊື້ອຄັ້ງທີ 8 ດ້ວຍຫົວຂໍ້ “ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ”. ໂດຍຜ່ານບັນດາການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ, ພົບປະແລກປ່ຽນແຂງຂັນກິລາ, ສະແດງສິລະປະຢູ່ຮາກຖານເພື່ອຊ່ວຍໃຫ້ພະນັກງານຂອງ 2 ຄະນະພົວພັນການຕ່າງປະເທດ, ກໍຄືພະນັກງານຂອງ 2 ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຄຳມ່ວນ ແລະ ເຫງະອານ ນັບມື້ນັບສະໜິດຕິດພັນກ່ວາ.
ເນື່ອງໃນໂອກາດນີ້, ຄະນະຜູ້ແທນຂອງ 2 ຄະນະພົວພັນຕ່າງປະເທດສູນກາງ 2 ພັກ ໄດ້ມາຖະຫວາຍທູບທຽນ ອາໄລຫາ ປະທານໂຮ່ຈີມິນ ຢູ່ເຂດອະນຸສອນສະຖານ ປະທານໂຮ່ຈີມິນ; ເຂດອາໄລຫາອະດິດເລຂາທິການໃຫຍ່ ແລະ ປະທານປະເທດ ໄກສອນ ພົນວິຫານ ຢູ່ແຂວງ ຄຳມ່ວນ.
ມີບິ່ງ, ນັກຂ່າວ VOV ປະຈຳ ລາວ