ບັດດາປະເທດອະນຸພາກພື້ນແມ່ນ້ຳຂອງສະເໜີຍີ່ປຸ່ນຊ່ວຍເຫຼືອພັດທະນາ

ບັດດາປະເທດອະນຸພາກພື້ນແມ່ນ້ຳຂອງສະເໜີຍີ່ປຸ່ນຊ່ວຍເຫຼືອພັດທະນາ - ảnh 1
ຂົວ ເກີນເທີ ນຳໃຊ້ເງິນຊ່ວຍເຫຼືອຂອງ ຍີ່ປຸ່ນ
(ພາບ: Duy Khương/TTXVN)

(vovworld) – ​ 5 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ທີ່​ຂຶ້ນ​ກັບ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​​​ໄດ້ສະ​ເໜີ ຍີ່ປຸ່ນ ​ເພີ່ມ​ເງິນ​ຊ່ວຍ​ເຫຼືອ​ກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ມີ​ຄຸນ​ນະພາ​ບ ສູງ​ໃຫ້​ແກ່​ພາກ​ພື້ນ​ນີ້. ຄຳສະ​ເໜີ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ວັນ​ທີ 31/5 ​ໃນ​ການ​ພົບ​ປະ ລະ​ຫວ່າງ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ຍີ່ປຸ່ນ ​ແລະ ບັນດາ​ປະ​ເທດຕ່າງໆ​ຄື: ກຳປູ​ເຈຍ, ລາວ, ມຽນມາ, ​ໄທ ​ແລະ ຫວຽດນາມ ຢູ່​ນະຄອນ Hamamatsu, ຂຶ້ນ​ກັບ​ແຂວງ Shizuoka, ພາກ​ກາງ ຍີ່ປຸ່ນ. ການ​ປະຊຸມ​ຄັ້ງນີ້ ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​​ແກ່ຍຸດ​ທະ​ສາດ​ໃໝ່ ກ່ຽວ​ກັບ​ການ​ຮ່ວມ​ມືລະຫວ່າງ ຍີ່ປຸ່ນ-​ແມ່​ນ້ຳຂອງ ​ເຊິ່ງ​​​ຄາດ​ວ່າບັນດາການ​ນຳ 2 ຝ່າຍ​ຈະຮັບຮອງ​ເອົາ​ຢູ່​ກອງ​ປະຊຸມ​ສຸດ​ຍອດ​ໃນ​ວັນ​ທີ 4/7 ຈະ​ມາ​ເຖິງ​ຢູ່ ​ໂຕ​ກຽວ.

ຂ່າວ/ບົດ​ອື່ນ