ບົດລາຍງານສິດທິມະນຸດປີ 2011 ຂອງອາເມລິກາ ໃຫ້ຂໍ້ສັງເກດຂາດ ພາະວິໄສກ່ຽວກັບຫວຽດນາມ

ບົດລາຍງານສິດທິມະນຸດປີ 2011 ຂອງອາເມລິກາ ໃຫ້ຂໍ້ສັງເກດຂາດ ພາະວິໄສກ່ຽວກັບຫວຽດນາມ - ảnh 1
(ພາບປະກອບvietnamexodus.info)

( vovworld ) –  ວັນ​ທີ 26/5, ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ເລື່ອງອາ​ເມ​ລິ​ກາ ອອກບົດລາຍ​ງານສິດທິ​ມະນຸດປະຈຳປີ 2011, ​ໃນນັ້ນ​ມີ​ສ່ວນ​ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ຢູ່ ຫວຽດນາມ, ທ່ານ Luong Thanh Nghi ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຊີ້​ແຈ້ງວ່າ: ​ເຖິງ​ວ່າ ບົດ​ລາຍ​ງານຮັບ​ຮູ້​ບັນດາ​ຜົນງານ​ສຳຄັນ​ຂອງ ຫວຽດນາມ ​ໃນ​ການ​ຮັບປະກັນ​ສິດ​ທິ​ມະນຸດ​ກໍ່ຕາມ ​ແຕ່​ໜ້າ​ເສຍ​ດາຍ​ຍັງ​ສືບ​ຕໍ່​ໄດ້​ຍົກ​ອອກ​ບາງ​ຂໍ້​ໃຫ້​ສັງ​ເກດ​ຂາດ​ພາວະ​ວິ​ໄສ ອີງ​ຕາມ​ບັນດາ​ຂໍ້​ມູນ​ຂ່າວ​ທີ່​ຜິດ​ເຂ​ວ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ສິດທິ​ມະນຸດ​ຢູ່ ຫວຽດນາມ. ທ່ານ Luong Thanh Nghi ກໍ່​ໃຫ້​ຮູ​ວ່າ, ​ໃນ​ໄລຍະ​ທີ່​ຜ່ານ​ມາ, ການ​ພົວພັນ​ລະຫ່ວາງ​ຫວຽດນາມ-ອາ​ເມ​ລິ​ກາ ​ໄດ້​ມີ​ຄວາມ​ຄຶບ​ໜ້າ​ໃນ​ຫຼາຍ​ດ້ານ. ສອງ​ປະ​ເທດ​ສືບ​ຕໍ່​ແລກປ່ຽນ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ເປັນ​ປະຈຳ, ​ໃນ​ນັ້ນມີ​ບັນຫາ​ສິດທິ​ມະນຸດ. ​ເລື່ອງ​ຮັກສາ​ການ​​ເຈລະຈາ​ບົນ​ຈິດ​ໃຈ​ກົງ​ໄປ​ກົງ​ມາ, ສ້າງສັນ ​ແລະ​ ເຄົາລົບ​ນັບຖື​ຊື່​ງກັນ ​ແລະ ກັນ ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າອົ​ກເຂົ້າ​ໃຈ ​ແລະ ຊຸກຍູ້​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ສືບຕໍ່ພັດທະນາ​ເພື່ອ​ຜົນ​ປະ​ໂຫ​ຍດຂອງ​ປະຊາຊົນ​ສອງ​ປະ​ເທ​ດ.

 

 

 

 

ຂ່າວ/ບົດ​ອື່ນ