ບັນ​ດາ​ການ​ເຄື່ອນ​ໄຫວ​ຂ່ຳ​ນັບ​ຊົມ​ເຊີຍ ພັກ, ​​ຮັບ​ຕ້ອນ​ລະ​ດູ​ບານ​ໃໝ່​ປີ​ມະ​ໂລງ ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້​ນ​ຢູ່​ບັນ​ດາ​ທ້ອງ​ຖິ່ນ

(VOVWORLD) - ຕອນຄ່ຳວັນທີ 3 ກຸມພາ, ຢູ່ສະໜາມຫຼວງ ຫງວຽນເຕິດແທັງ, ນະຄອນຕຽນກວາງ, ສະມາຄົມນັກຂ່າວ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະມາຄົມວັດນະຄະດີສິລະປະແຂວງ ຈັດຕັ້ງວັນບຸນໜັງສືພິມລະດູບານໃໝ່ ແລະ ປຸກລະດົມລາງວັນສື່ມວນຊົນປີ 2024.

ບັນ​ດາ​ການ​ເຄື່ອນ​ໄຫວ​ຂ່ຳ​ນັບ​ຊົມ​ເຊີຍ ພັກ, ​​ຮັບ​ຕ້ອນ​ລະ​ດູ​ບານ​ໃໝ່​ປີ​ມະ​ໂລງ ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້​ນ​ຢູ່​ບັນ​ດາ​ທ້ອງ​ຖິ່ນ - ảnh 1ບັນດາຜູ້ແທນຕັດແຖບຜ້າໄຂວັນບຸນໜັງສືພິມ ລະດູບານໃໝ່ແຂວງ ຕວຽນກວາງ (ພາບ:  nhandan.vn)

ວັນບຸນໜັງສືພິມ ລະດູບານໃໝ່ແຂວງ ຕວຽນກວາງ ປີ 2024 ໂດຍໄດ້ວາງສະແດງ, ແນະນຳ 682 ສື່ສິ່ງພິມ, ວາລະສານ, ຂ່າວ, ບົດສະບັບບຸນເຕັດ    ຂອງບັນດາອົງການສື່ມວນຊົນສູນກາງ, ບັນດາແຂວງ, ນະຄອນໃນທົ່ວປະເທດແລະ ອົງການ, ຫົວໜ່ວຍຕ່າງໆໃນບໍລິເວນແຂວງ ຕວຽນກວາງ, ວາງສະແດງພາບຖ່າຍ 70 ແຜ່ນດ້ວຍຫົວຂໍ້ “ຕວຽນກວາງ- ຄວາມຄາດຫວັງ”.

ຢູ່ກາເມົາ, ໃນຂອບເຂດ ວັນບຸນລະດູບານໃໝ່, ທາງແຂວງ ໄດ້ຈັດການເຄື່ອນໄຫວວາງສະແດງໜັງສືພິມ, ວາລະສານລະດູບານໃໝ່ຂອງບັນດາກະຊວງ, ຂະແໜງການສູນກາງ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດ; ຈັດງານວາງສະແດງ ແລະ ມອບລາງວັນໃຫ້ແກ່ບັນດາໜັງສືພິມລະດູບານໃໝ່ທີ່ເປັນມືອາຊີບ, ລາຍການລະດູບານໃໝ່ຂອງບັນດາສູນວັດທະນະທຳ, ສື່ມວນຊົນ ແລະ ກິລາເມືອງ, ນະຄອນ…

ໃນບັນດາການເຄື່ອນໄຫວ “ຂ່ຳນັບຊົມເຊີຍ ພັກສະຫງ່າງາມ - ຮັບຕ້ອນລະດູບານໃໝ່ປີມະໂລງ 2024”, ຕອນຄ່ຳວັນທີ 3 ກຸມພາ ແຂວງເຮົ້າຢາງ ໄດ້ຈັດພິທີສະຫຼຸບການແຂ່ງຂັນສະແດງສິລະປະມະຫາຊົນປີ 2024. ການແຂ່ງຂັນເພື່ອແນໃສ່ຍູ້ແຮງວຽກງານໂຄສະນາ, ເປັນກຳລັງໃຈ, ສ້າງບັນຍາກາດເບີກບາດມ່ວນຊື່ນ ໃນການຕ້ອນຮັບບຸນເຕັດ, ເປັນກຳລັງໃຈໃຫ້ແກ່ພະນັກງານ, ກຳມະກອນ, ລັດຖະກອນ, ກຳລັງປະກອບອາວຸດ ແລະ ປະຊາຊົນ ໃນແຂວງ ແຂ່ງຂັນກັນປະຕິບັດ ໜ້າທີ່ເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຢ່າງມີໄຊ, ສ້າງຜົນງານເພື່ອຂ່ຳນັບຮັບຕ້ອນບັນດາເຫດການສຳຄັນຍິ່ງຂອງປະເທດຊາດໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ