ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ລົງຢ້ຽມຢາມຖາມຂ່າວແມ່ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ |
(vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2016), ວັນທີ 23/7, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ຍາດພີນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດຊຶ່ງພວມໄດ້ຮັບການເບິ່ງແຍງລ້ຽງດູຢູ່ສູນເບິ່ງແຍງລ້ຽງດູຜູ້ທີ່ມີຄຸນງາມຄວາມດີເລກ 2 ຮ່າໂນ້ຍ ທີ່ຕາແສງອານວຽນ ເມືອງອຶງຮ່ວາ, ຮ່າໂນ້ຍ. ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ສະແດງຄວາມຫວັງວ່າ ສູນເບິ່ງແຍງລ້ຽງດູຜູ້ທີ່ມີຄຸນງາມຄວາມດີເລກ 2 ຮ່າໂນ້ຍ ສືບຕໍ່ເບິ່ງແຍງສຸຂະພາບ ແລະ ຊີວິດທຸກດ້ານຂອງ ຍາດພີນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອໃຫ້ບັນດາແມ່ຖືວ່ານີ້ແມ່ນຄອບຄົວທີ 2 ຂອງຕົນ.
ສ່ວນໃນຕອນຄ່ຳວັນທີ 23/7, ຢູ່ເຂດປູຊະນີຍະສະຖານປະຫວັດສາດຊາວໜຸ່ມຕະລຸມບອນ 3 ແຍກດົງໂລກ, ອົງການຊາວໜຸ່ມແຂວງຮ່າຕິ້ງໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ການໂລກ ຈັດພິທີໃຕ້ທຽນ ສະແດງຄວາມຮູ້ບຸນຄຸນບັນດານັກວິລະຊົນຍິງທີ່ເສຍສະຫຼະຊີວິດເພື່ອຊາດ ທີ່3 ແຍກດົງໂລກ.
ແລະ ກໍໃນຕອນຄ່ຳວັນທີ 23/7, ຢູ່ຮ່າໂນ້ຍ, ໜັງສືພິມເອເລັກໂຕນິກພັກກອມມູນິດຫວຽດນາມ ໄດ້ສົມທົບກັບສະຖານີໂທລະພາບຫວຽດນາມ, ບໍລິສັດຫຸ້ນສ່ວນສື່ສານ VTC ຫວຽດນາມ ຈັດລາຍການສະແດງສິລະປະເພື່ອ ສະແດງຄວາມຮູ້ບຸນຄຸນບັນດາວັນທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.