ບັນ​ດາ​ທ້ອງ​ຖິ່ນ ເພີ່ມ​ທະ​ວີ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ສືບຕໍ່ຜັນແປຢ່າງສັບສົນ, ບັນດາທ້ອງຖິ່ນໃນທົ່ວປະເທດໄດ້ເພີ່ມທະວີຫຼາຍມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງຂ້ຽວຂາດ.
ບັນ​ດາ​ທ້ອງ​ຖິ່ນ ເພີ່ມ​ທະ​ວີ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1(ພາບປະກອບ: TTXVN)

ວັນທີ 22 ສິງຫາ, ຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ນະຄອນ ຮ່າໂນ້ຍ ໄດ້ໂຮມປະຊຸມກັບຜູ້ຕາງໜ້າການນຳບັນດາໂຮງໝໍ, ຮາກຖານກວດປິ່ນປົວພະຍາດໃນບໍລິເວນ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ. ທາງຄະນະຊີ້ນຳໄດ້ຮຽກຮ້ອງໃຫ້ບັນດາໂຮງໝໍ, ຮາກຖານການແພດ ສືບຕໍ່ເພີ່ມທະວີບັນດາມາດຕະການຄວບຄຸມ, ສະກັດກັ້ນການແຜ່ລາມຂອງໂລກລະບາດ ເປັນຕົ້ນ ແມ່ນຢູ່ບັນດາຮາກຖານການແພດ, ໂຮງໝໍ ທີ່ໄດ້ຮັບການຕີລາຄາວ່າມີລະດັບຄວາມປອດໄພຕ່ຳ.

ຢູ່ແຂວງ ນິງບິ່ງ, ຄະນະນັກກວດກາຂອງພະແນກສາທາລະນະສຸກແຂວງນິງບິ່ງ ໄດ້ລົງກວດກາຮາກຖານການແພດກວ່າ 10 ແຫ່ງ ລວມມີບັນດາໂຮງໝໍຫຼາຍຂະແໜງຂັ້ນແຂວງ, ຂັ້ນເມືອງ ແລະ ສູນສາທາລະນະສຸກບັນດາເມືອງ, ນະຄອນ ຢູ່ທ້ອງຖິ່ນ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ຜ່ານການກວດກາ, ບັນດາຮາກຖານການແພດກໍລ້ວນແຕ່ບັນລຸບັນດາມາດຖານຄວາມປອດໄພໂດຍກະຊວງສາທາລະນະສຸກວາງອອກ.

ຢູ່ນະຄອນດ່າໜັງ, ແຕ່ວັນທີ 21 – 25 ສິງຫາ, ສູນສາທາລະນະສຸກເມືອງ ໄດ້ຜັນຂະຫຍາຍເກັບເອົາຕົວຢ່າງເພື່ອວິໄຈຫາເຊື້ອໂຄວິດ - 19 ໃຫ້ແກ່ຊາວຕ່າງປະເທດ ທີ່ພວມດຳລົງຊີວິດໃນບໍລິເວນເພື່ອແນໃສ່ກວດພົບກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນ.

ຢູ່ນະຄອນ ໂຮ່ຈີມິນ, ພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ນະຄອນ ໄດ້ປະກາດໃຊ້ເອກະສານກ່ຽວກັບການເລັ່ງໃສ່ປະຕິບັດວຽກງານຄຸ້ມຄອງຜູ້ດຳລົງຊີວິດຢູ່ສະຖານທີ່ສາທາລະນະ, ບໍ່ມີບ່ອນອາໄສເປັນປົກກະຕິ ເພື່ອປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ./.

ຕອບກັບ

ຂ່າວ/ບົດ​ອື່ນ