ທ່ານ ປະທານປະເທດຫວຽດນາມ ເຈືອງເຕິ້ນຊາງ
ຕ້ອນຮັບ ຜູ້ວ່າການແຂວງ Moscow (ປະເທດລັດເຊຍ) Andrei Vorobyov
(ພາບ:TTXVN )
(vovworld)- ທີ່ການຕ້ອນຮັບ ຜູ້ວ່າການແຂວງ Moscow ( ປະເທດລັດເຊຍ ) Andrei Vorobyov, ເນື່ອງໃນໂອກາດການມາຢ້ຽມຢາມຂອງທ່ານເຖິງຫວຽດນາມ ເພື່ອແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງແຂວງ Moscow ແລະ ບັນດາແຂວງ, ນະຄອນ, ວິສາຫະກິດຫວຽດນາມ. ທ່ານ ປະທານປະເທດຫວຽດນາມ ເຈືອງເຕິ້ນຊາງ ໄດ້ຢືນຢັນວ່າ: ບັນດາທ້ອງຖິ່ນຂອງຫວຽດນາມ ແລະ ສະຫະພັນລັດເຊຍຄວນເປີດກວ້າງການພົວພັນຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ. ທ່ານປະທານປະເທດຫວຽດນາມ ເຊື່ອໝັ້ນວ່າ: ການມາຢ້ຽມຢາມຂອງທ່ານ Andrei Vorobyov ຄັ້ງນີ້ ຈະບັນລຸໄດ້ຜົນສຳເລັດຫຼາຍຢ່າງ, ປະກອບສ່ວນຢ່າງລະອຽດເຂົ້າບັນດາເນື້ອໃນຄຳໝັ້ນສັນຍາລະຫວ່າງການນຳຂັ້ນສູງສອງປະເທດ; ພ້ອມທັງເພີ່ມທະວີການສືບຕໍ່ມູນເຊື້ອມິດຕະພາບລະຫວ່າງສອງຊາດ. ທ່ານປະທານປະເທດໃຫ້ຮູ້ວ່າ: ພ້ອມກັບບັນດາແງ່ຫວັງກ່ຽວກັບການຮ່ວມມືດ້ານນ້ຳມັນອາຍແກັດ, ຫວຽດນາມປາຖະໜາ ຢາກເພີ່ມທະວີການສົມທົບກັນໃນຫຼາຍຂົງເຂດ, ບໍພຽງແຕ່ໃນປະເທດຫວຽດນາມເທົ່ານັ້ນ ຫາກທັງໃນທົ່ວ ASEAN ອີກດ້ວຍ. ທ່ານປະທານປະເທດຫວຽດນາມ ເຈືອງເຕິ້ນຊາງ ເຊື່ອໝັ້ນວ່າ: ຈະມີຫຼາຍໂຄງການລົງທຶນຕື່ມອີກ, ໃນນັ້ນມີອຸດສາຫະກຳອາຫານຂອງວິສາຫະກິດຫວຽດນາມ, ໄດ້ຮັບການຜັນຂະຫຍາຍຢ່າງສະດວກສະບາຍຢູ່ລັດເຊຍ.
ສ່ວນ ຜູ້ວ່າການແຂວງ Moscow Andrei Vorobyov ໃຫ້ຮູ້ວ່າ: ຈຸດປະສົງການຢ້ຽມຢາມຂອງຄະນະເຖິງຫວຽດນາມ ແມ່ນເພື່ອແລກປ່ຽນກັບບັນດາກະຊວງ, ຂະແໜງການ, ວິສາຫະກິດຢູ່ຫວຽດນາມ ກ່ຽວກັບການສ້າງຕັ້ງເຂດອຸດສາຫະກຳຂອງຫວຽດນາມຢູ່ແຂວງ Moscow, ທີ່ຜະລິດສະເພາະບັນດາຜະລິດຕະພັນຈາກນົມ ແລະ ບັນດາຜະລິດຕະພັນຂະແໜງອຸດສາຫະກຳເບົາ. ຜູ້ວ່າການແຂວງ Moscow Andrei Vorobyov ໃຫ້ຮູ້ວ່າ: ຝ່າຍລັດເຊຍສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ບັນດາໂຄງການຂອງວິສາຫະກິດຫວຽດນາມທີ່ລົງທຶນເຂົ້າແຂວງ Moscow; ປາຖະໜາຢາກຊຸກຍູ້ໂຄງການໄຟຟ້ານິວເຄຼຍ ນິງທ້ວນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດກັ່ນຕອງນ້ຳມັນ.