ບັນດາທ້ອງຖິ່ນໃນທົ່ວປະເທດຈັດຕັ້ງການເຄື່ອນໄຫວເນື່ອງໃນໂອກາດວັນບຸນໄຫວ້ພະຈັນ

(VOVWORLD) - ວັນທີ 12 ກັນຍາ, ທີ່ນະຄອນ ທ໊າຍງວຽນ, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມແຂວງ ທ໊າຍງວຽນ ໄດ້ສົມທົບກັບບໍລິສັດ Samsung Electronics ຫວຽດນາມ ທ໊າຍງວຽນ ຈຳກັດ ຈັດຕັ້ງລາຍການວັນບຸນໄຫວ້ພະຈັນໃຫ້ແກ່ພວກນ້ອງເຍົາວະຊົນອະນຸຊົນ. 
ບັນດາທ້ອງຖິ່ນໃນທົ່ວປະເທດຈັດຕັ້ງການເຄື່ອນໄຫວເນື່ອງໃນໂອກາດວັນບຸນໄຫວ້ພະຈັນ - ảnh 1 ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມແຂວງ ທ໊າຍງວຽນ  ແລະ ບໍລິສັດ Samsung Electronics ຫວຽດນາມ ທ໊າຍງວຽນ ຈຳກັດ ມອບທຶນການສຶກສາໃຫ້ເດັກນ້ອຍ (ພາບ: TTXVN)

ທີ່ລາຍການ, ບັນດານ້ອງນ້ອຍເຍົາວະຊົນອະນຸຊົນໄດ້ຮັບຟັງຈົດໝາຍອວຍພອນວັນບຸນໄຫວ້ພະຈັນຂອງປະທານປະເທດ ແລະ ໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ເຊິ່ງໄດ້ຄັດເລືອກຈາກບັນດາກົມກອງ, ທ້ອງຖິ່ນໃນແຂວງ. ເນື່ອງໃນໂອກາດນີ້, ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ 120 ຄົນ ກໍ່ໄດ້ຮັບທຶນການສຶກສາ ແຕ່ລະທຶນມີມູນຄ່າ 1 ລ້ານດົ່ງ. ນີ້ແມ່ນຂອງຂວັນທາງດ້ານຈິດໃຈ ຊ່ວຍໃຫ້ພວກນ້ອງເຍົາວະຊົນອະນຸຊົນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອບືນຕົວຂຶ້ນໃນການຮ່ຳຮຽນ.

        ແລະກໍ່ໃນຕອນຄ່ຳວັນທີ 12 ກັນຍາ, ແຂວງ ບັກນິງ, ແຂວງ ບາກລຽວ ແລະ ນະຄອນ ເກິ່ນເທີ ກໍ່ໄດ້ຈັດຕັ້ງວັນບຸນໄຫວ້ພະຈັນໃຫ້ແກ່ພວກນ້ອງເຍົາວະຊົນອະນຸຊົນເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ