ບັນດານັກຂ່າວໜຸ່ມ ແລະ ຊາວໜຸ່ມມີບົດບາດສຳຄັນໃນການຊຸກຍູ້ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ
(VOVWORLD) -ຕອນເຊົ້າວັນທີ 7 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນການໂອ້ລົມສົນທະນາ ກ່ຽວກັບບົດບາດຂອງບັນດານັກຂ່າວໜຸຸ່ມ ແລະ ຊາວໜຸ່ມໃນການຊຸກຍູ້ນຳໃຈມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ, ໂດຍມີການເຂົ້າຮ່ວມຂອງ ນັກຂ່າວໜຸ່ມ 120 ຄົນ ທີ່ມາຈາກສອງປະເທດ ຫວຽດນາມ ແລະ ກຳປູເຈຍ.
ການໂອ້ລົມສົນທະນາ ກ່ຽວກັບບົດບາດຂອງບັນດານັກຂ່າວໜຸຸ່ມ ແລະ ຊາວໜຸ່ມໃນການຊຸກຍູ້ນຳໃຈມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ (ພາບ:mic.gov.vn/) |
ກ່າວຄຳເຫັນໄຂ ການໂອ້ລົມສົນທະນາ, ທ່ານ ຮ່ວາງວິງບ໋າວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເນັ້ນໜັກວ່າ: ໃນຊຸມປີທີ່ຜ່ານມາ, ໂດຍອີງໃສ່ທິດນຳ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”, ການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ກຳປູເຈຍ ໄດ້ຮັບການປັບປຸງ ແລະ ເພີ່ມທະວີ ຢ່າງບໍ່ຢຸດຢັ້ງ, ນັບມື້ນັບມີຄວາມແທດຈິງ ແລະ ບັນລຸໄດ້ໝາກຜົນທີ່ດີງາມ. ໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ໄດ້ດຳເນີນໄປຢ່າງເລິກເຊິ່ງກ້ວາງຂວາງ ໃນທຸກດ້ານ, ຫວຽດນາມ ແລະ ກຳປູເຈຍ ແມ່ນສະມາຊິກຂອງ ຫຼາຍອົງການຈັດຕັ້ງສາກົນ, ປະກອບສ່ວນໜ້າທີ່ຄວາມຮັບຜິດຊອບເພື່ອພ້ອມກັນກໍ່ສ້າງ ໂລກໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.