ນັກເຈລະຈາແຖວໜ້າຂອງ 11 ປະເທດໄດ້ຈັດກອງປະຊຸມຢູ່ນະຄອນ Toronto (ພາບ: Straits Times) ໃນວັນທີ 01 - 02/05, ທ່ານຫົວໜ້າຄະນະເຈລະຈາຍີ່ປຸ່ນ Keiichi Katakami ໄດ້ມີການພົບປະກັບ 9 ທ່ານໃນຈຳນວນຄູ່ຕຳແໜ່ງ 10 ທ່ານ ເພື່ອກະກຽມໃຫ້ກອງປະຊຸມທີ່ແກ່ຍາວເປັນເວລາ 2 ວັນດັ່ງກ່າວຢູ່ນະຄອນ Toronto. ຕອບສຳພາດຕໍ່ວົງການນັກຂ່າວກ່ອນຈັດກອງປະຊຸມ, ທ່ານ Katakami ສະແດງຄວາມເຊື່ອໝັ້ນວ່າ, 11 ປະເທດ ຕ້ອງສາມັກຄີກັນເພື່ອນຳ TPP ມີຜົນສັກສິດ. ພາຍຫຼັງກອງປະຊຸມດັ່ງກ່າວ, ລັດຖະມົນຕີການຄ້າບັນດາປະເທດກໍ່ຈະດຳເນີນກອງປະຊຸມໃນເດືອນ 05 ນີ້. ຍີ່ປຸ່ນ ຫວັງວ່າ, ຈະບັນລຸໄດ້ຂໍ້ຕົກລົງໃໝ່ໃນກາງເດືອນ 11, ຂະນະທີ່ຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC).

ບັນດານັກເຈລະຈາ 11 ປະເທດຈັດກອງປະຊຸມກ່ຽວກັບ TPP ເຊິ່ງບໍ່ມີອາເມລິກາ

(VOVWORLD) -

nguyenhoai