ກອງປະຊຸມ APEC 2014 ຢູ່ ຈີນ
(ພາບ: Quang Đức- Hải Yến/TTXVN)
(vovworld) - ແຈ້ງການທາງສື່ມວນຊົນຂອງຄະນະເລຂາເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໃຫ້ຮູ້ວ່າ: ໃນການປະຊຸມຂ່າວມໍ່ໆນີ້ຢູ່ນະຄອນຫຼວງ ມານີລາ ຂອງ ຟີລິບປິນ, ບັນດາເຈົ້າໜ້າທີ່ຂັ້ນສູງ 21 ພື້ນຖານເສດຖະກິດສະມາຊິກ APEC ກຳນົດບັນດາບຸລິມະສິດໃຫ້ໂຄງການດຳເນີນງານ APEC ປີ 2015 ຕາມທິດເປີດກ້ວາງຜົນປະໂຫຍດໃຫ້ປະຊາຊົນກ່ວາ 3 ຕື້ຄົນໃນກຸ່ມ ແລະ ສ້າງກຳລັງໜູນໃໝ່ໃຫ້ແກ່ດ້ານການຄ້າ, ການລົງທຶນ, ການເຕີບໂຕແບບຍືນຍົງໃນສະພາບການບັນດາເງື່ອນໄຂທົ່ວໂລກມີການປ່ຽນແປງ.
ໃນຖານະເປັນປະທານ APEC ປີ 2015, ທ່ານປະທານາທິບໍດີ ຟີລິບປິນ Benigno Aquino 3 ປະກາດຫົວຂໍ້ຂອງໂຄງການດຳເນີນງານປີໜ້າແມ່ນ “ກໍ່ສ້າງບັນດາພື້ນຖານເສດຖະກິດຮອບດ້ານ, ກໍ່ສ້າງໂລກໃຫ້ດີກ່ວາ”. ໂຄງການຈະສະຫງວນບຸລິມະສິດອັນດັບໜຶ່ງໃຫ້ແກ່ການເພີ່ມທະວີການເຊື່ອມໂຍງເສດຖະກິດພາກພື້ນ, ຊຸກຍູ້ການເຂົ້າຮ່ວມ ແລະ ປະກອບສ່ວນຂອງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ (SME) ໃນພື້ນຖານເສດຖະກິດພາກພື້ນກໍ່ຄືທົ່ວໂລກ, ເພີ່ມທະວີການລົງທຶນພັດທະນາແຫຼ່ງຊັບພະຍາກອນມະນຸດ, ກໍ່ສ້າງປະຊາຄົມໝັ້ນຄົງ, ເຂັ້ມແຂງ ແລະ ອາດສາມາດຮັບມືກັບບັນດາການທ້າທາຍທີ່ວາງອອກ.
ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຄັ້ງທຳອິດຂອງ APEC ໃນປີ 2015 ແລະ ບັນດາກອງປະຊຸມເຕັກນິກທີ່ກ່ຽວຂ້ອງຈະດຳເນີນໄປແຕ່ວັນທີ 26/1 – 7/2/2015, ຢູ່ ຟີລິບປິນ.