ບັນດາປະເທດໃຫ້ຄຳໝັ້ນສັນຍາອຸປະຖຳໃຫ້ແກ່ ຫວຽດນາມ ເກືອບ 7,4 ຕຶ້ USD ໃນປີ 2012

ບັນດາປະເທດໃຫ້ຄຳໝັ້ນສັນຍາອຸປະຖຳໃຫ້ແກ່ ຫວຽດນາມ ເກືອບ 7,4 ຕຶ້ USD ໃນປີ 2012 - ảnh 1
( ພາບ : http://vnexpress.net)

ລັດຖະບານ​ບັນດາ​ປະ​ເທດ ພ້ອມ​ກັບ​ຜູ້ຕາງຫນ້າອົງການ​ຈັດ​ຕັ້ງ​ສາກົນ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ອຸປະຖຳ​ໃຫ​້​ແກ່​ຫວຽດນາມຈຳນວນ​ເງິນ​ເກືອບ 7,4 ຕຶ້ USD ​​ໃນ​ປີ 2012. ທີ່​ການ​ປະຊຸມ​ຂ່າວ​​ເມື່ອ​ສິ້ນ​ສຸດ​ກອງ​ປະຊຸມ​ກຸ່ມທີ່​ປຶກສາ​ບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ ຊຶ່ງ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 6/12 ຢູ່ ຮ່າ​ໂນ້ຍ, ທ່ານ       ບູ່​ຍກວາງ​ວີ​ງ, ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ຖື​ວ່າ: ນີ້​ແມ່ນ​ໝາກຜົນ​ອັນ​ຕັ້ງຫນ້າ​ໃນ​ເງື່ອນ​ໄຂ​ວິ​ກິດ​ການ​ຫນິ້ສິນ​ຂອງ​ລັດ ​ແລະ ການ​ຂາດ​ດຸນ​ງົບປະມານ ຢູ່ ບັນດາ​ປະ​ເທດ ​ເອີ​ລົບ ​ແລະ ປະ​ເທດ​ພັດທະນາ​ອື່ນຈຳນວນ​ຫນຶ່ງ​ໃນ​ໄລຍະ​ຜ່ານ​ມາ. ພິ​ເສດ​ໃນ​ເງ່ືອນ​ໄຂ ຫວຽດນາມ ​ກາຍ​ເປັນ​ປະ​ເທດ​ພວມ​ພັດທະນາ ​ແລະ ມີ​ລາຍ​ຮັບ​ປານ​ກາງ, ໝາກຜົນ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່, ການ​ສະຫນັບສະຫນູນ​ຂອງ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ສະຫງວນ​ໃຫ​້​ແກ່​ການ​ພັດທະນາ ​ແລະ ການສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດ​ຄືນ​ໃຫມ່ຂອງ​ຫວຽດນາມ. ທ່ານ ບູ່​ຍກວາງ​ວີ​ງ ຢືນຢັນ​ວ່າ ຫວຽດນາມ ຈະ​ຍູ້​ແຮງ​ການ​ປ່ອຍ​ທຶນ ODA.

        “ຫວຽດນາມ ຈະ​ຄຸ້ມ​ຄອງ, ນຳ​ໃຊ້​ແຫ​ລ່ງທຶນ​ອັນ​ສຳຄັນ​ນີ້​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ ​ເພື່ອ​ປະກອບສ່ວນ​ປະຕິບັດ​ບັນດາ​ຈຸດໝາຍ​ກ່ຽວ​ກັບ​ເສດຖະກິດ ສັງຄົມ ​ແລະ ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່ ​ແລະ ປ່ຽນ​ໃຫມ່​ພື້ຮູບ​ແບບ​ການ​ເຕີບ​ໂຕ​ເສດຖະກິດ. ລັດຖະບານ ຫວຽດນາມ ຕັດສິນ​ໃຈ ​ໃນ​ປີ 2012 ວ່າ, ​ເລື່ອງ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່, ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ​ຂອງ​ຫວຽດນາມ ຈະ​ໄດ້​ຮັບ​ການ​ຍູ້​ແຮງ ​ແລະ ນີ້​ແມ່ນ​ຈຸດ​ເວລາ​ປ່ຽນ​ແປງ​ໃຫມ່​ຢ່າງ​ແຂງ​ແຮງ​ທີ່​ສຸດ​ຂອງ​ຫວຽດນາມ. ຫວຽດນາມ ປາດ​ຖະຫນາ​ຢາກ​ໄດ້​ຮັບ​ການ​ສະຫນັບສະຫນູນ, ປະກອບ​ຄຳ​ເຫັນ​ຢ່າງ​ຈິງ​ໃຈ ​ເພື່ອ​ຊ່ວຍ ​ແລະ ພ້ອມ​ກັບ​ຫວຽດນາມ ຜ່າ​ນຜ່າ​ສິ່ງ​ທ້າ​ທາຍ​ປະຈຸ​ບັນ.“

​        ​ໃນ​ຈຳນວນ​ເງິນ 7,4 ຕຶ້ USD ຊຶ່ງ​ບັນດາ​ນັກ​ອຸປະຖຳ​ໃຫ້​ຄຳ​ໝັ້ນ​ສັນຍາ​ສະ​ຫງວນ​ໃຫ້​ແກ່​ຫວຽດນາມ ​ໃນ​ປີ 2012, ຍີ່​ປຸ່ນ ປະກອບ​​ເງິນເກືອບ 2 ຕຶ້ USD. ທ່ານ​ເອກ​ອັກຄະ​ລັດຖະທູດ​ຍີ່​ປຸ່່ນ ປະຈຳ​ຫວຽດນາມ ​ໄດ້​ເວົ້າ​ວ່າ:​ແຫ​ລ່ງທຶນ ODA ຂອງ​ຍິ່ປຸ່ນສະ​ຫງວນ​ໃຫ້​ແກ່​ຫວຽດນາມ ອາດ​ຈະ​ເພີ່ມ​ຂຶ້ນ ຖ້າ​ຫາກ​ພື້ນຖານ​ເສດຖະກິດ​ຂອງ​ຍີ່​ປຸ່ນ ຟື້ນ​ຕົວ​ຄືນ​ໃຫມ່.
ຂ່າວ/ບົດ​ອື່ນ