ບັນດາລາຍການພິເສດຊົມເຊີຍວັດບົດປ່ອຍນະຄອນຫຼວງ
(ສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ)
(vovworld) – ຕອນຄໍ່າວັນທີ 10/10, ແມ່ນງານບູນຂອງນະຄອນຫຼວງຮ່າໂນ້ຍ, ເມື່ອທັງນະຄອນໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ໃນເວລາ 21 ໂມງ, ມີສະຖານທີ່ຍິງບັ້ງໄຟດອກ 30 ແຫ່ງ ໄດ້ດຳເນີນການຍິງບັ້ງໄຟດອກເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ຄຽງຂ້າງນັ້ນ, ຍັງມີບັນດາລາຍການສິລະປະອື່ນທີ່ຖືກດຳເນີນໄປໃນຖະໜົນຕົ້ນຕໍ່ຫຼາຍສາຍອີກດ້ວຍ. ທ່ານ ຫງວຽນຄັ໋ກເລີຍ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ.
“ພິທີສະເຫຼີມສະຫຼອງຄັ້ງທີ 60 ແຫ່ງວັນປົດປ່ອຍນະຄອນຫຼວງ, ສະນັ້ນ ມີບັນຈຸດທີ່ແຕກຕ່າງກັນເມື່ອທຽບໃສ່ປີກ່ອນໆ. ດ້ວຍບັນດາການເຄື່ອນໄຫວຖືກຈັດຂຶ້ນໃນທົ່ວທຸກແຫ່ງຂອງນະຄອນ, ເພື່ອປຸກລູກຄວາມເອກອ້າງຖະໜົງໃຈຂອງປະຊາຊົນ ກ່ຽວກັບນະຄອນຫຼວງທີ່ວິລະອາດຫານ, ນະຄອນແຫ່ງສັນຕິພາບ, ຈາກນັ້ນຈະຮັກແພງນະຄອນຫຼວງກວ່າ ແລະ ມີໜ້າທີ່ຮັບຜິດຊອບກ່ຽວກັບຮ່າໂນ້ຍກວ່າ, ສ້າງສານະຄອນຫຼວງໃຫ້ໃຫຍ່ໂຕ, ສວຍງາມກວ່າ.”
ແລະກໍ່ໃນວັນດຽວກັນ, ຢູ່ນະຄອນຫຼວງມົດສກູ, ສະຫະພັນລັດຖເຊຍ, ພໍແມ່ປະຊາຊົນຫວຽດນາມ ໄດ້ຈັດພິທີພົບປະສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ທ່ານຟ້າມຮົ່ງຮ່າ, ປະທານສະມາຄົມຮ່າໂນ້ຍ ປະຈຳສະຫະພັນລັດເຊຍ ໃຫ້ຮູ້ວ່າ, ການພົບປະແມ່ນນຳ້ໃຈຂອງພໍແມ່ພີນ້ອງຊາວຫວຽດນາມ ຟາກເຖິງຮ່າໂນ້ຍ ແລະ ປາດຖະໜາວ່າ ນະຄອນຫຼວງ ແລະ ປະເທດຊາດຈະນັບມື້ນັບພັດທະນາ.