ບັນດາວິສາຫະກິດ ອາເມລິກາ ສືບຕໍ່ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນຂົງເຂດສິນໃນນ້ຳ

(VOVWORLD) - ວິສາຫະກິດ ອາເມລິກາ ຫລາຍແຫ່ງໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມືກັບ ຫວຽດນາມ ໃນຂົງເຂດສິນໃນນ້ຳ. ນັ້ນແມ່ນຄຳເຫັນພົ້ນເດັ່ນທີ່ການພົບປະແລກປ່ຽນສິນໃນນ້ຳ ແລະ ການຄ້າ ໂດຍສະຖາບັນສິນໃນນ້ຳແຫ່ງຊາດ ອາເມລິກາ ແລະ ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ສົມທົບກັນຈັດຕັ້ງຢູ່ນະຄອນຫລວງ ວໍຊິງຕັນ ໃນວັນທີ 17 ກັນຍາ. 
ບັນດາວິສາຫະກິດ ອາເມລິກາ ສືບຕໍ່ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນຂົງເຂດສິນໃນນ້ຳ - ảnh 1 ທີ່ການພົບປະແລກປ່ຽນສິນໃນນ້ຳ ແລະ ການຄ້າ

ກ່າວຄຳເຫັນທີ່ການພົບປະແລກປ່ຽນ, ທ່ານ ຟ້າມຮຸ່ງເຕິມ ອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ເນັ້ນໜັກວ່າ: ຫວຽດນາມ ແມ່ນໜຶ່ງໃນ 10 ປະເທດສົ່ງອອກສິນໃນນ້ຳຫລາຍກ່ວາໝູ່ໃນໂລກ ແລະ ອາເມລິກາ ແມ່ນຕະຫລາດສົ່ງອອກສິນໃນນ້ຳອັນດັບ 1 ຂອງ ຫວຽດນາມ. ອາເມລິກາ ສືບຕໍ່ແມ່ນໜຶ່ງໃນ 4 ຕະຫລາດສົ່ງອອກສິນໃນນ້ຳໃຫຍ່ສຸດຂອງ ຫວຽດນາມ ໃນ 7 ເດືອນຕົ້ນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ