ບັນດາອົງການດຳເນີນທຸລະກິດ ຮຽກຮ້ອງລັດຖະບານ ອາເມລິກາ ລົບລ້າງຄຳສັ່ງຂວ້ຳບາດຕໍ່ມ້ຽນມາ

ບັນດາອົງການດຳເນີນທຸລະກິດ ຮຽກຮ້ອງລັດຖະບານ ອາເມລິກາ ລົບລ້າງຄຳສັ່ງຂວ້ຳບາດຕໍ່ມ້ຽນມາ - ảnh 1
ພາບປະກອບ

(vovworld) – ວັນ​ທີ 23/4, ສະພາ​ດຳ​ເນີນ​ທຸລະ​ກິດ​ອາ​ເມ​ລິ​ກາ - ອາ​ຊຽນ, ຫ້ອງການ​ການ​ຄ້າ​ອາ​ເມ​ລິ​ກາ ​ແລະ ສະພາ​ການ​ຄ້າຕ່າງປະ​ເທດ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ໄດ້​ພ້ອມ​ກັນ​ອອກ​ຖະ​ແຫຼ​ງການ ​ເພື່ອ​ຕອບ​ສະໜອງ​ແຜນການ​ລົບ​ລ້າງ​ຄຳ​ສັ່ງ​ຂວ້ຳ​ບາດ​ທີ່​ມີ​ຕໍ​ມ້ຽນ​ມາ ຂອງ​ສະຫະພາບ​ເອີ​ລົບ. ນອກ​ນັ້ນ, ສະພາ​ດຳ​ເນີນ​ທຸລະ​ກິດ ອາ​ເມ​ລິ​ກາ ​- ອາ​ຊຽນ, ຫ້ອງການ​ການ​ຄ້າ​ອາ​ເມ​ລິກາ ​ແລະ ສະພາ​ການ​ຄ້າ​ຕ່າງປະ​ເທດ​​ແຫ່ງ​ຊາດ ອາ​ເມ​ລິ​ກາ ກໍ​ໄດ້​ຮຽກຮ້ອງ​ລັດຖະບານ ອາ​ເມ​ລິ​ກາ​ໂຍະຍາ​ນ ​ແລ​ະ ຢຸດຕິ​ຄຳສັ່ງ​ລົງ​ໂທດ​ທີ່​ມ​ີຕໍ່​ມ້ຽນ​ມາ, ພິ​ເສດ​ແມ່ນ​​ໃນ​ບັນດາ​ຂົງ​ເຂດ​ການ​ບໍລິການ​ການ​ເງິນ, ການ​ລົງທຶນ ​ແລະ ຖື​ວ່າ​ນີ້​ແມ່ນ​ບັນດາ​ຮົ້ວ​ກີດຂວາງ​ຕໍ່​ລະດັບ​ເຕີບ​ໂຕ ​ແລະ ພັດທະນາ​ເສດຖະກິດ ຢູ່​ມ້ຽນ​ມາ. ​ອົງການ​ຂອງ ອາ​ເມ​ລິ​ກາ 3 ​ແຫ່ງ​ນີ້ ກໍ​ຮັບ​ຮູ້​ວ່າ: ບັນດາ​ບໍລິສັດ​ຂອງ ອາ​ເມ​ລິ​ກາ ​ແມ່ນ ບັນດາ​ຄູ່​ຮ່ວມ​ມື​ສຳຄັນ ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ ມ້ຽນ​ມ​າ, ​ເລື່ອງ ສະຫະພາບ​​ເອີ​ລົບ ປະກາດ ລົບ​ລ້າງ​ຄຳ​ສັ່ງ​ຂວ້ຳ​ບາດ​ຕໍ່​ມ້ຽນ​ມາ ສະ​ແດງ​ໃຫ້​ເຫັນ​ຄວາມ​ຈຳ​ເປັນ ​ແລະ ຖ້າ​ຫາກ​ລັດຖະບານ ອາ​ເມ​ລິ​ກາ ບໍ່​ປະຕິບັດບັນດາບາດກ້າວ​ທີ່​ຄ້າຍ​ຄື​ດັ່ງກ່າວ ຈະ​ເຮັດ​ໃຫ້​ບັນດາ​ບໍລິສັດ​ຂອງ ​ອາ​ເມ​ລິ​ກາ​ ຖືກ​ເສຍປຽບ​ເມື່ອ​ທຽບ​ໃສ່ຄູ່​ແຂ່ງ​ກັນ​ອື່ນ, ພ້ອມ​ທັງ​ກໍ​ຈະ​ສົ່ງ​ຜົນ​ສະທ້​ອນ​ເຖິງ​ວິວັດ​ທະ​ນາ​ການ​ປະຕິ​ຮູບ​ທີ່​ພ​ວມ​ດຳ​ເນີນ​ຢ່າງ​ຂັນ​ແຂງ​ຢູ່​ມ້ຽນ​ມາ.

ຂ່າວ/ບົດ​ອື່ນ