ບັນດາແຂວງເຂດພູດອຍທາງທິດໜືອແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມ

(VOVWORLD) - ມີ 3 ຄົນເສຍຊີວິດ, 13 ຄົນຖືກຫາຍສາບສູນ. ຢູ່ບັນດາເມືອງຊິ່ນໂຮ່, ນ້ຳຍູ່ນ, ທານອວຽນ, ເຕີນອວຽນ, ຕາມເດື່ອງ ແມ່ນບັນດາທ້ອງຖິ່ນຂອງແຂວງ ລາຍເຈົາ...
ບັນດາແຂວງເຂດພູດອຍທາງທິດໜືອແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມ - ảnh 1ສະພາບນ້ຳຖ້ວມຢ່າງແຮງຢູ່ເຂດພູດອຍທິດເໜືອ

ຮອດຕອນຄ່ຳວັນທີ 24 ມິຖຸນາ, ຕາມສະຖິຕິຜົນເສຍຫາຍທີ່ເກີດຈາກເຫດຝົນຕົກໜັກຢູ່ບັນດາແຂວງ ລາຍເຈົາ ແລະ ລາວກາຍ ມີຄວາມເສຍຫາຍເຖິງກ່ວາ 46 ຕື້ດົ່ງ. ວຽກງານການແກ້ໄຂ, ຮັບມືກັບຝົນຕົກໂດຍບັນດາທ້ອງຖິ່ນນີ້ກໍ່ຍັງພວມໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນ.

        ຢູ່ແຂວງລາຍເຈົາ, ມີ 3 ຄົນເສຍຊີວິດ, 13 ຄົນຖືກຫາຍສາບສູນ. ຢູ່ບັນດາເມືອງຊິ່ນໂຮ່, ນ້ຳຍູ່ນ, ທານອວຽນ, ເຕີນອວຽນ, ຕາມເດື່ອງ ແມ່ນບັນດາທ້ອງຖິ່ນຂອງແຂວງ ລາຍເຈົາ ທີ່ຖືກເສຍຫາຍຢ່າງໜັກໜ່ວງທີ່ສຸດ. ອຳນາດການປົກຄອງທ້ອງຖິ່ນນີ້ໄດ້ອົບພະຍົບເກືອບ 50 ຄອບຄົວທີ່ຖືກຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນ ແລະ ບັນດາຄອບຄົວມີຄວາມສ່ຽງອອກຈາກເຂດອັນຕະລາຍ.

        ສ່ວນຢູ່ແຂວງລາວກາຍ, ບ່ອນຖືກຜົນເສຍຫາຍຍ້ອນຝົນຕົກສຸມໃສ່ຕົ້ນຕໍຢູ່ບາງຕາແສງຂອງເມືອງ ວັນບ່ານ. ວຽກງານແກ້ໄຂ, ຮັກສາຊີວິດການເປັນຢູ່, ການຜະລິດເປັນປົກກະຕິໃຫ້ແກ່ປະຊາຊົນທ້ອງຖິ່ນນີ້ກໍ່ໄດ້ມານະພະຍາຍາມໃນການຜັນຂະຫຍາຍ. ທ່ານ ເຈີ່ນງອັກເຊີນ, ຫົວໜ້າຫ້ອງການຄະນະຄວາມປອດໄພທາງຄົມມະນາຄົມແຂວງ ລາວກາຍ, ໃຫ້ຮູ້ວ່າ:

        “ຄະນະຄວາມປອດໄພທາງຄົມມະນາຄົມແຂວງ ໄດ້ຊີ້ນຳບັນດາອົງການກ່ຽວຂ້ອງໃຫ້ການແນະນຳຍານພາຫະນະຈາກທາງໄກ, ແນະນຳບັນດາລົດຍົນໄປແຂວງລາຍເຈົາຢຸດຊົ່ວຄາວຢູ່ແຂວງລາວກາຍ, ຖ້າຮອດຍາມໃດທາງໄປສະດວກຈຶ່ງໃຫ້ລົດແລ່ນຕໍ່. ພວກຂ້າພະເຈົ້າກໍ່ຊີ້ນຳ ປຸກລະດົມກຳລັງ, ນຳກົນຈັກ ເພື່ອສົມທົບກັບບັນດາອົງການກ່ຽວຂ້ອງຢູ່ແຂວງ ລາຍເຈົາ ສືບຕໍ່ແກ້ໄຂ, ໃຫ້ທາງຄົມມະນາຄົມກັບຄືນສູ່ການເຄື່ອນໄຫວປົກກະຕິໂດຍໄວ.”

      

ຕອບກັບ

ຂ່າວ/ບົດ​ອື່ນ