ບໍລິຈາກອະໄວຍະວະ ແມ່ນຜົນງານສຳຄັນຂອງ ຂະແໜງສາທາລະນະສຸກ ຫວຽດນາມ
(ພາບປະກອບ: hanoimoi.com.vn)
(vovworld)- ຕອນບ່າຍວັນທີ 29/12 ຢູ່ຮ່າໂນ້ຍ, ກະຊວງສາທາລະນສຸກ ຫວຽດນາມ ໄດ້ຈັດລາຍການໂອ້ລົມສົນທະນາກັບບັນດາຄົນເຈັບເຄີຍໄດ້ຮັບຜ່າຕັດປ່ຽນອະໄວຍະວະ ແລະ ຜູ້ຊ່ຽວຊານປະຕິບັດເຕັກນິກການຜ່າຕັດນີ້ຫຼາຍຄົນ. ລາຍການມີຊື່ວ່າ: “ເມື່ອຊີວິດໄດ້ຮັບການແບ່ງປັນ“ ແລະ ໄດ້ຮັບການຖ່າຍທອດສົດທາງໂທລະພາບຂອງວິທະຍຸກະຈາຍສຽງຫວຽດນາມ (VOVTV). ນະທີ່ນີ້, ຮອງສາດສະດາຈານ, ດຣ ຫງວຽນຕຽນກວຽດ, ຜູ້ອຳນວຍການໂຮງໝໍຫວຽດ-ດຶກໃຫ້ຮູ້ວ່າ: ການຜ່າຕັດປ່ຽນອະໄວຍະວະແມ່ນໜຶ່ງໃນບັນດາຜົນງານສຳຄັນຂອງຂະແໜງສາທາລະນສຸກ ຫວຽດນາມ ດ້ວຍສູນ 14 ແຫ່ງໃນທົ່ວປະເທດໄດ້ປະຕິບັດວຽກງານນີ້. ລະດັບດ້ານເຕັກນິກ ແລະ ຄວາມສາມາດຜ່າຕັດປ່ຽນອະໄວຍະວະຂອງຫວຽດນາມ ບໍ່ດ້ອຍກ່ວາບັນດາປະເທດພັດທະນາ, ຊ້ຳບໍ່ໜຳຍັງສາມາດປະຕິບັດບັນດາກໍລະນີສັບສົນກ່ວາອີກດ້ວຍ.
ຕາມແຜນການຂອງກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ຮອດປີ 2015, ຫວຽດນາມ ຈະປະຕິບັດບັນດາເຕັກນິກຜ່າຕັດຍາກຄື: ຜ່າຕັດປ່ຽນໝາກຫົວໃຈ, ປອດ ແລະ ໃສ້./.